ວັນທີ່ 8 ເດືອນ 3 ວັນແມ່ຍິງສາກົນບໍ່ວ່າທ່ານຍິງທ່ານຊາຍຄົງສະນຸກກັນເຫຼືອເກີນ
ບາງຄັ້ງ,ບາງທ່ານ ອາດຄິດບໍ່ເຖິງວ່າແມ່ຍິງຄວນເຮັດຫຍັງ,ຜູ້ຊາຍຄວນເຮັດຫຍັງໃນວັນນີ້
ເຄີຍເຫັນຜູ້ຍິງບອກໃຫ້ຜູ້ຊາຍທັງຫຼາຍເອົາໃຈໃສ່ຕົວເອງເປັນພິເສດໃນວັນນີ້,ຈົນເຖິງຂັ້ນທີ່ວ່າ
ນຳໃຊ້ຜູ້ຊາຍແຕ່ງກິນ,ຊັກເຄື່ອງ,ຊື້ເຄື່ອງເປັນຂອງຂວັນໃຫ້ຕ່າງໆນາໆຕາມທີ່ຕົນຕ້ອງການ.
ຖ້າທ່ານຊາຍມີຄວາມພ້ອມກໍ່ດີຢູ່ດອກ ແຕ່ສຳລັບຂ້ອຍບໍ່ເຖິງຂະໜາດນັ້ນ,
ຫາກຜູ້ຊາຍຂາດຄວາມພ້ອມໃນມື້ນັ້ນມັນເປັນການຂູດຮີດຈິດໃຈຜູ້ຊາຍເກີນໄປ,
ພຽງແຕ່ຢາກໃຫ້ຜູ້ຊາຍເຮັດສິ່ງໃດກໍ່ໄດ້ທີ່ເຫັນວ່າດີ,ຖືກຕ້ອງ ແລະ ສະໝ່ຳສະເໝີໄປ
ບໍ່ໃຫ້ຖືວ່າຜູ້ຍິງມີຄວາມສຳຄັນໃນວັນທີ່ 8 ວັນດຽວ,
ໃຫ້ຖືວ່າສຳຄັນທຸກໆມື້ສະນັ້ນກິດຈະກຳໃນວັນນີ້ກໍ່ບໍ່ໄດ້ພິເສດໄປຈາກວັນອື່ນໆ
ທ່ານຍິງທີ່ອາຍຸອອ່ນກວ່າຄວນຈະນຳດອກໄມ້ຈັກຄູ່ໄປອວຍພອນທ່ານຍິງທີ່ອາຍຸສູງກວ່າຕົນເປັນຕົ້ນ:
ແມ່,ປ້າ,ຍ່າ...ສ່ວນທ່ານຊາຍກໍ່ຄວນຈະນຳດອກໄມ້ອວຍພອນໃຫ້ເພດຍິງ
ຕາມຄວາມເໝາະສົມຂອງໄວ ແລະ ຂອງຄວາມນັບຖືຮັກແພງ
ຜ່ານມາພໍຮອດວັນ 8 ເດືອນ 3 ແລ້ວບໍ່ວ່າຍິງ ແລະ ຊາຍຕ່າງກໍ່ເຮີ່ກັນດື່ມເຫຼົ້າດື່ມເບຍຈົນເມົາ,
ການກະທຳແບບນີ້ບໍ່ໄດ້ສະແດງເຖິງຄວາມນັບຖືຕໍ່ຜູ້ຍິງວ່າພິເສດບ່ອນໃດເລີຍ,
ເພາະວ່າການດື່ມສິ່ງມືນເມົາມັນບໍ່ແມ່ນສິ່ງພິເສດໃນສັງຄົມລາວ ແລະ
ຍັງພາໃຫ້ຝ່າຍຍິງມີໂອກາດລືມສະຕິເກີດຂໍ້ຜິດພາດຍ້ອນເມົາຫຼາຍປະການ
ການຈັດກິດຈະກຳສະຫຼອງ ແລະ ໃຫ້ລາງວັນໃນວັນທີ່ 8 ນີ້ຄວນມີແກ່ກຸ່ມຄົນທີ່ຍັງບໍ່ເຂົ້າໃຈເຖິງບົດບາດຍິງຊາຍ
ທີ່ຢູ່ຕາມທ້ອງຖິ່ນເຂດພູດອຍເພາະຜູ້ຍິງເລົ່ານັ້ນຍັງຈົມເລິກຢູ່ກັບຮິດຄອງ,ຄວາມງົມງວາຍ...
ເຊິ່ງສັງເກດໄດ້ຜູ້ຍິງບາງເຜົ່າໃນຊົນນະບົດຍັງມັກກິນຢາຂ້າຕົວຕາຍເພື່ອແກ້ບັນຫາຂອງຕົວເອງ
ແລະ ການສະມັກໃຈເປັນເມຍນ້ອຍ,ສົ່ງເສີມໃຫ້ລູກຫຼານຂອງຕົນເປັນເມຍນ້ອຍຂອງຜູ້ຊາຍຍັງມີຫຼາຍ,
ທັ້ງທີ່ຮູ້ວ່າມັນເຄີຍເກີດບັນຫາຕໍ່ກັບການສ້າງຄອບຄົວແຕ່ບໍ່ທັນມີຜູ້ໃດຫາທາງແກ້ໄຂໄດ້ເລີຍ
ຖ້າເຮັດໄດ້ອາດເປັນການກະຕູ້ນ ແລະ ຊັກຈູງເອົາເຂົາເຈົ້າກ້າວຂຶ້ນຈາກເຫວເລິກດັ່ງກ່າວໄດ້ເທື່ອລະກ້າວ