ນາງ (ກໍ)..... ຊື່ ສົມມຸດ ໄດ້ຕົນໜີໄປກັບຊາຍຄົນໜຶ່ງ
ທີ່ມີເມຍແລ້ວຢູ່ຫຼັກຊາວເມືອງຄຳເກີດ
ຜູ້ຍິງລັກໄປນຳຜູ້ບ່າວ,ຜູ້ຊາຍລັກເອົາເມຍໃຫຍ່,ເມຍນ້ອຍ,ລັກເອົາໄປໃຫ້ຄົນອື່ນເອົາເປັນເມຍ,ມັນເປັນ
ຮີດຄອງເກົ່າແກ່ຫຼ້າຫຼັງທີ່ຊາວເຜົ່າມົ້ງຈຳນວນໜຶ່ງທີ່ຍັງປະວາງບໍ່ທັນໄດ້
ເຊື່ອກັນວ່າ:ຈະຊ່ວຍອາຍຸຍຶນຄູ່ກັນຍາວນານ,ລ່ຳລວຍວ່າຊັ້ນ.ແຕ່ຕົວຈິງແລ້ວຄູ່ທີ່ລັກເອົານັ້ນມີຫຼາຍຄູ່ບໍ່
ມີຮອດເຂົ້າຊິໃຫ້ລູກກິນກໍ່ມີຫຼາຍ
ເລື່ອງນີ້ເກິດຂຶ້ນໃນຄຶນວັນທີ່ 23 ກຸມພາ 2011 ໃນບ້ານໜຶ່ງ,ຂອງເມືອງວຽງທອງ,ແຂວງບໍລິຄຳໄຊ
ຄຶນນັ້ນມີຊາຍຄົນໜຶ່ງທີ່ມີເມຍ ແລ້ວ 1 ຄົນ,ມີລູກ 2 ຄົນ ມາຈາກຫຼັກຊາວ,ມາບອກຮັກກັບນາງ ກໍ
ລາວຕົວະວ່າບໍ່ທັນມີເມຍ
ແລະ ສາລະພາບວ່າຖ້ານາງ ກໍ ໄປເປັນນເມຍຕົນຈະປຸກຮ້ານຂາຍເຄື່ອງໃຫ້,
ຫາແນວເຮັດດີໆ,ສະບາຍກວ່າເກົ່າ.
ນາງ ກໍ ຫຼົງເຊື່ອໄດ້ລັກອອກຈາກເຮືອນຊ້ອນທ້າຍລົດຈັກໄປນຳຜົວເຂົາແຕ່ຕອນ 3 ໂມງເຊົ້າ,ມຸ້ງໜ້າສູ່
ຫຼັກຊາວທ່າມກາງຄວາມມືດ,ສະຫງົບ,ນ້ຳໝອກໃນຕອນຄ້ອນແຈ້ງສຸດໜາວເຢັນເກືອບສະບັ້ນ,ໄລຍະ
ທາງແຕ່ວຽງທອງຫາຫຼັກຊາວ ປະມານ 85 ກິໂລແມັດ,ບົນເສັ້ນທາງທີ່ຍາວໄກ,ເວລາເອື້ອຍອຳນວຍມາ
ເຖິງຕາມພາສາຂອງຄົນທີ່ຮັກກັນໝົດໃຈ,ເຂົາຕ້ອງໄດ້ພັກເຊົາບົວລະບັດພັດສີເຊິ່ງກັນ ແລະ ກັນຢູ່ບ່ອນ
ປອດໄພ,ຝ່າຍຊາຍເປັນຝ່າຍອ້າງແຂນອອກຮອງຮັບເອົາຮ່າງຄີງທີ່ຂາວບາງ,ໜູ້ມນວນຂອງຍິງສາວ
ຊາວດອຍຮັດເຂົ້າສູ່ເອິກຂອງຕົນຢ່າງແໜ້ນໃຫ້ສົມໃຈຈົນນາງຫັນໃຈບໍ່ອອກຊົວໄລຍະ ແຕ່ເຖິງວ່າໃຈຈະ
ຂາດກໍ່ຕາມນາງບໍ່ໄດ້ປາກແມ່ນແຕ່ສຽງດຽວວ່າລຳຄານ,ກົງກັນຂ້າມມັນໄດ້ກາຍເປັນຄວາມດີໃຈຂອງ
ສາວຂຶ້ນໃໝ່ໄຟແຮງຊ້ຳອີກ,ເວລານີ້ນາງຄົງລືມທຸກຢ່າງໄປສາແລ້ວ...ແມ່ນແຕ່ໜ້າພໍ່ແມ່ເຄີຍປ້ອນຊີ້ນ
ໃຫຍ່ປາໂຕກໍ່ບໍ່ຮູ້ວ່າເປັນໜ້າຈັ່ງໃດຮູ້ໄດ້ແຕ່ວ່າ.








ຮ່າງກາຍທັງຄູ່ສຳພັດສຽດສີກັນໄດ້ເວລາເຮັດໃຫ້ອົບອຸ່ນຂຶ້ນ,ທ້ອງຟ້າແຈ້ງສະຫວ່າງອອກພວກເຂົາທັງ
ສອງກໍ່ສືບຕໍ່ເດີນທາງຮອດບ້ານທ່າສາລາບັງເອີນນ້ຳມັນລົດໝົດພໍດີຜູ້ບ່າວກໍ່ໄດ້ຂໍເງິນນຳຜູ້ສາວ
10.000 ກີບ ເພື່ອຊື້ນຳມັນທີ່ບໍ່ໄດ້ເຖິງລີດໃສ່ລົດໂດຍອ້າງວ່າເພີ່ນມີແຕ່ເງິນໂດລາ,
ແລ້ວກໍ່ເດີນຕໍ່ຮອດບ້ານທົ່ງຈະເລີນໃກ້ຈະຮອດຫຼັກຊາວນ້ຳມັນລົດກໍ່ມົດອີກເທື່ອທີ່ສອງ
ແລະ ກໍແມ່ນນາງ ກໍເປັນຜູ້ອອກເງິນອີກ 10.000 ກີບຊື້ນ້ຳແລ້ວເດີນທາງຕໍ່
ຮອດຫຼັກຊາວປະມານ 9 ໂມງເຊົ້າ ,ເພີ່ນກໍ່ບອກນາງ ກໍ ລໍຖ້າຢູ່ບ່ອນທາງສີ່ແຍກຕະຫຼາດຫຼັກຊາວໂດຍ
ບອກນາງວ່າ: ຈະໄປວຽກບຸດໜຶ່ງຈິ່ງມາຮັບແລ້ວກໍ່ຫາຍຈ້ອຍໄປຈົນທ່ຽງ,ນາງກໍ່ໄດ້ແຕ່ຄອຍເກີ້ຄົນດຽວ
ບໍ່ຮູ້ໄປທາງໃດ,ໃນທີ່ສຸດນາງພໍຮູ້ຂ່າວວ່າມີພີ່ນ້ອງຢູ່ແຖວຕະຫຼາດລັກຫຼັກຊາວ,ນາງຈິ່ງຕັດສິນໃຈໄປທາວ
ທາພີ່ນ້ອງ ແລະ ກໍ່ພົບຕາມຄວາມປະຖະໜາ,ພີ່ນ້ອງສອບຖາມເຖິງກົກປາຍສາຍເຫດລະອຽດ,ແລ້ວກໍ່
ວານພີ່ນ້ອງແຖວນັ້ນຊອກຄົ້ນຫາຜູ້ຊາຍຄົນນັ້ນ,ໂດຍກວາດຕ້ອນເອົາບຸກຄົນທີ່ຕ້ອງສົງໃສຕາມການ
ແຈ້ງຊື່,ຈາວ ແລະ ລັກສະນະຂອງຄົນມາໃຫ້ນາງຊີ້ຕົວແຕ່ມາກີ້ຄົນກໍ່ຍັງບໍ່ແມ່ນ ຍ້ອນວ່າຊາຍຄົນນັ້ນ
ຕົວະວ່າບໍ່ມີເມຍຄົນທັງຫຼາຍຈິ່ງບໍ່ໃສ່ໃຈກັບບຸກຄົນທີ່ມີເມຍແລ້ວ,ໃນເວລາສົນທະນານັ້ນຜູ້ເຖົ້າຄົນໜຶ່ງ
ເຊິ່ງເປັນພໍ່ຂອງຊາຍຄົນນັ້ນກໍ່ມາຮ່ວມສົນທະນາ ແລະ ຊອກຄົ້ນຫານຳກັນແຕ່ບໍ່ຄິດວ່າເປັນລູກຊາຍ
ຂອງຕົນ,ບາງຄັ້ງລາວຍັງຈົ່ມດ່າວ່າ:ແມ່ນລູກໝາໂຕໃດເດ່ຊົ່ວທີ່ສຸດເອົາລູກເຂົາມາແລ້ວບໍ່ຮັບຜິດຊອບ
ຕົກມາຕອນແລງພໍ່ຂອງຊາຍຄົນນັ້ນກໍ່ກັບເມືອເຮືອນຂອງຕົນດ້ວຍຄວາມຢາກຮ້າຍໝົດຫັວງທີ່ຫາຊາຍ
ຄົນນັ້ນບໍ່ພົບ,ພໍກ້າວເຂົ້າເຮືອນກໍ່ພົບເຫັນສອງຜົວເມຍລູກຊາຍກັບລູກໄພກຳລັງຖົກຖຽງກັນເລື່ອງ
ການຍ່າຮ້າງ


ຜົວເວົ້າວ່າ: ເມຍເອີ່ຍເຮົາເລີກກັນດີໆສາ ຢ່າມີເລື່ອງຫຍັງກັນເພາະຂ້ອຍໄດ້ເອົາເມຍນ້ອຍມາປະຢູ່
ກາງທາງແລ້ວ,ເຮົາຢູ່ນຳກັນບໍ່ໄດ້ແລ້ວ.
ຜູ້ເປັນເມຍບໍ່ຮູ້ເລື່ອງຈັກນ້ອຍກໍ່ຖຽງຂຶ້ນກັບທີ່,ຂ້ອຍຜິດຫຍັງຈິ່ງມາປະກັນງ່າຍແບບນີ້,ບໍ່ຍອມປະ
ເດັດຂາດ.
ເວລານີ້ເອງພໍ່ເຖົ້ານັ້ນຈິງຮູ້ວ່າບັກພະເອກຕົວປອມເປັນລູກຊາຍຂອງຕົນ,ພໍ່ເຖົ້າຮ້ອງໄຫ້ເຫຼືອໃຈທີ່ມີລູກ
ຊາຍທໍລະຍົດ,ແລ້ວລາວກໍ່ຮີບບອກຄົນໂທແຈ້ງພີ່ນ້ອງທຸກຄົນທັນທີວ່າ: ພົບມັນແລ້ວເດີ່
ທຸກຝ່າຍມາຫາທາງອອກດ້ວຍການເວົ້າຄວາມ
ຜ່ານການເວົ້າຄວາມໃຊ້ເວລາ 3 ວັນ ນັບທັງມື້ຮີບໂຮມຍາດພີ່ນ້ອງ ແລະ ກໍຕົກລົງກັນໄດ້
- ຝາ່ຍເມຍບໍ່ຍອມປະຜົວ,ຖ້າຜົວຊິປະຕ້ອງຈ່າຍເງິນມາ 50 ລ້ານ
- ຝ່າຍຜົວຄິດຢາກປະເມຍໃຫຍ່ເອົາເມຍນ້ອຍ ຫຼືບໍ່ກໍ່ເອົາທັງສອງ, ແຕ່ຈົນປັນຍາເພາະບໍ່ມີເງິນພໍ
- ຝ່າຍຜູ້ສາວກໍ່ຮູ້ສຶກເສຍທ່າຫຼາຍຖ້າຈະເປັນເມຍນ້ອຍພັດບໍ່ຢາກເປັນຈຳຕ້ອງໄດ້ປະນິປະນອມ
ແລະ ປັບໄໝຜູ້ບ່າວເປັນເງິນສົດ(ເງິນລາວແຕ່ເກົ່າໆ) 3 ຂັນ ມູນຄ່າໃນປະຈຸບັນ 9 ລ້ານກີບ
ແລະ ກໍ່ແມ່ນເງິນຂອງພໍ່ເຖົ້ງຄົນນັ້ນເປັນຜູ້ຈ່າຍແທນລູກຊາຍ
................................................................................................
ຖ້າເປັນທ່ານ ແລ້ວ ທ່ານຈະຈ່າຍແທນລູກຊາຍ ຫຼືຈະເຮັດແນວໃດ?
........................................................................................................
ຖ້າເປັນທ່ານຫາກມີໂອກາດ.................ເດີນທາງໃນກໍລະນີດຽວກັນທ່ານຈະເຮັດແນວໃດ?
...............................................................................................................................
ບໍ່ແມ່ນຕັ້ງເວົ້າອັນຜູ້ຍິງລາວຂອງເຮົາໃນປະຈຸບັນຍັງຫຼາຍອັນທີ່ໜ້າຈະປະຖີ້ມໄປເປັນຕົ້ນ
ຮີດຄອງຫຼ້າຫຼັງ,ການເຊື້ອຖືງົມງວາວຜີສາງນາງຮ້າຍ,ການບໍ່ສຳນຶກເຖິງວ່າເຮົາເປັນເພດອອ່ນ
ແອ,ໃຈເບົາເອົາງ່າຍ,ຍາມໃດກໍ່ເສຍປຽບແກ່ເພດຊາຍຢູ່ແລ້ວຍັງບໍ່ຈຳໃສ່ໃຈເຂົາມາຫຼອກສິບຄົນ
ກໍ່ຫຼົງສິບຄົນ,ຫຼອກສິບຄັ້ງກໍ່ຍັງຫຼົງສິບຄັ້ງ
ທຳມະດາສິ່ງທີ່ພົ້ນຍຸກໄປແລ້ວກໍ່ຄວນປ່ອຍມັນໄປຕາມຍຸກຂອງມັນແຕ່ແລ້ວບໍ່ເປັນດັ່ງຄິດ
ແມ່ນຫຍັງແທ້ທີ່ຈ່ອງເວນໃຫ້ແມ່ຍິງເລົ່ານັ້ນປະຖີ້ມສີ່ງຫຼ້າຫຼັງບໍ່ໄດ້?

ແບບນຸ່ງຂອງຜູ້ຍິງເຜົ່າມົ້ງທີ່ຍັງຄົງເປັນເອກະລັກສະເໝີມາ