
ຂຽນເມື່ອ: ມິ.ຖ.. 14, 2011
| ມີ
20 ຄຳເຫັນ
ແລະ
0 trackback(s)
ຕອນບ່າຍຂອງວັນທີ່ 14.06.11 ນີ້ ມີຊາຍຄົນໜຶ່ງ ອາຍຸປະມານ 25 ປີ, ເຂົາມາບອກຂ້ອຍວ່າມີໃຜຢາກໄດ້ໃບປະກາດຈົບ ມໍ6, ມໍ7 ບໍ່?.ລາຄາ 8.000 ບາດເງິນໄທຕໍ່ 1 ໃບ ,ໃນນັ້ນເຂົາຈະແບ່ງໃຫ້ຂ້ອຍ 2.000 ບາດ ຫາກຂ້ອຍຊອກຫາຂາຍໄດ້,ລາວບອກວ່າຖ້າຂາຍໄດ້ຫຼາຍຈະເພີ່ມໃຫ້ຕື່ມອີກ.
- ຂ້ອຍແປກໃຈຈິ່ງຖາມຄືນວ່າເປັນໃບປະກາດແນວໃດຫວະຈິ່ງຊື້ໄດງ່າຍແທ້?
- ເຂົາຕອບວ່າເປັນໃບປະກາດຜີ, ເຊີ່ງໝາຍຄວາມວ່າໃບປະກາດໄດ້ມາໂດຍບໍ່ຖືກຕ້ອງ ແຕ່ໃຊ້ໄດ້ວ່າຊັ້ນ,ທຸກຢ່າງເປັນຂອງແທ້,ມີກາແດງ,ກາດີບປະທັບຢ່າງດີ
- ຂອ້ຍຖາມຕໍ່ມັນກໍ່ໄດ້ຜ່ານກົງໂຕນຂອງຊວງສຶກສາບໍ່ລະ?,ເຂົາຕອບວ່າຖ້າຢາກໄດ້ໂຕທີ່ຜ່ານກໍ່ມີໃຫ້.
- ຂ້ອຍຖາມຕໍ່ໂຕທີ່ບໍ່ຜ່ານກົງໂຕນຈະມີບັນຫາບໍ່?, ລາວຕອບວ່າ:
- ເຮົາຕ້ອງບອກເຂົາຄວາມຈິງເພື່ອໃຫ້ເຂົາໄປນຳໃຊ້ຈະໄດ້ລະວັງ,ຜ່ານມາເຂົາກໍ່ໃຊ້ກັນມາຫຼາຍແລ້ວ,
ເຂົາຍັງບອກວ່າຍັງມີໃບປະກາດຈົບວິຊາຊີບອີກຫຼາຍຂະແໜງ,ຫຼາຍຊັ້ນຮຽນນັບທັງໃບປະກາດຈົບວີຊາຄູນຳອີກ.
ຫາກຜູ້ໃດສົນໃຈກໍ່ຂ້ອຍຈະບອກເບີໂທໃຫ້ ແຕ່ສັນຍາກ່ອນນະວ່າ......
ນີ້ລະເພື່ອນພັນລາວທັງຫຼາຍໃນສັງຄົມເຮົາເປັນໄປໄດ້ທຸກຢ່າງ,ຢູ່ປົນກັນທັງຜີທັງຄົນ,ສົມພໍຫັນແລ້ວ
ບຸກຄະລະກອນຮັບເຂົ້າໃໝ່ສ່ວນຫຼາຍເຮັດວຽກບໍ່ເປັນ,ມີການສໍ້ຫຼາຍບັງຫຼວງ,ຄໍລັບຊັ່ນ,ເຫັນແກ່ຕົວເກີນໄປ,ບໍ່ຫ່ວງໄຍໜ້າທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້,ນີ້ອາດແມ່ນສ່ວນໜຶ່ງທີ່ກົດໜ່ວງໃຫ້ແກ່ການພັດທະນາປະເທດຊາດຂອງເຮົາ.
ຂ້ອຍເຊື່ອວ່າ:ຊາຍຄົນນັ້ນເຮັດມາຫຼາຍຄັ້ງແລ້ວ,ເມື່ອປີກາຍຊາຍຄົນນີ້ກໍ່ຖາມຈ່າວຂາຍໃບປະກາດແບບນີ້ໃຫ້ແກ່ຂ້ອຍ ແຕ່ຂ້ອຍບໍ່ສົນໃຈ,ເຂົາອາດຍັງຈະສືບຕໍ່ຈ່າວຂາຍແບບນີ້ກັບຄົນອື່ນຕໍ່ໄປອີກ,
ເປັນແບບນີ້ມາແຕ່ດົນກໍ່ບໍ່ມີໃຜແກ້ໄຂເນາະ?
ແຕ່ມັນກໍ່ຄົງບໍ່ຜິດຫຍັງດອກເພາະໃບປະກາດຜີແບບນີ້ມັນກໍ່ມີຄ່າເທົ່າກັບໃບປະກາດຄົນທີ່ໃຊ້ເງິນຊື້ຢ່າງເປັນທາງການນັ້ນລະເນາະ?