ຕໍ່ຈາກບົດກ່ອນ
ພາຍຫຼັງເມຍເຂົ້າບ່ອນນອນແລ້ວ ອາມອນກໍ່ເຂົ້າຫ້ອງຄອມພິວເຕີ ອອນລາຍ ເໝືອນປົກກະຕິຄືກັນກັບທຸກໆມືທີ່ຕົນເຄີຍເຮັດມາເປັນປະຈຳ ຕາມພາສາຂອງຄົນທີ່ຫຍຸ້ງກັບວຽກັບງານງານ,ມີເວລານ້ອຍ(ເມຍນອນມາອອນລາຍ),ເຂົານອນເດິກທຸກຄືນປະມານ 23 - 1 ໂມງ ແລະ ກໍ່ຕື່ນເຊົ້າໆທຸກມື້ເພື່ອຍາດເວລາອອນລາຍ,ຊອກຫາປະສົບການຕ່າງໆທາງອິນເຕີເນດ,ສ່ວນກາງເວັນເຂົາກໍ່ກົ້ມຢູ່ກັບໜ້າວຽກໜ້າງານ,ເປັນຕົ້ນພີມໜັງສື,ບັດເຊີນ,ຖ່າຍຮູບຕິດບັດ,ຕັດຕໍ່ວິດີໂອ,ສ້ອມແປງມືຖື.... ເພື່ອຕອບສະໜອງໃຫ້ທັນກັບຄວາມຕ້ອງການຂອງລູກຄ້າ.
ຮ້ານຂອງເຂົາກໍ່ບໍ່ໃຫຍ່ປານໃດ ແຕ່ມີລູກຄ້າດີພໍສົມຄວນ,ເຂົາເຮັດຫ້ອງຄອມພິວເຕີຕິດກັບຫ້ອງນອນ—ເຊີ່ງຂັ້ນດ້ວຍໄມ້ອັດ,ໃນຫ້ອງມີຄອມ,ເຄື່ອງພີມ,ເຄື່ອງກອບປີ...ຫຼາຍຢ່າ,ອາມອນ ແລະ ເມຍນອນກັບຮ້ານເລີຍເພາະເຫັນວ່າປອດໄພ,ເໝະສົມ ແລະ ສະດວກຫຼາຍຢ່າງ
............................................................................................................................................
............................................................................................................................................
ຄຶນນີ້ນາງຄອນຜູ້ເປັນເມຍເຂົ້ານອນ ແລະ ທຳທ່າຫຼັບປົກກະຕິ ສ່ວນອາມອນກໍ່ເພິດເພີນກັບການທ່ອງເວບຢ່າງມີຄວາມສຸກຕາມເຄີຍຈົນລືມໄປວ່າຕົນບໍ່ທັນໄດ້ກອບປີ່ ແລະ ປິ່ນຮູບຂອງນາງສອນຜູ້ເປັນນ້ອງເມຍ ເພື່ອໄປປະກອບເອກະສານ ຕາມຄຳແນະນຳຂອງແມ່ເຖົ້າ,ເຂົາຈິ່ງຟ້າວຈັບເອົນໃບຮູບທີ່ເປັນຮູບຂອງນາງສອນຖ່າຍຮ່ວມກັນໝູ່ຂຶ້ນມາກອບ ແລະ ຕົບແຕ່ງໃຫ້ສວຍງາມກ່ອນຈະປິ່ນ
ໃນຄະນະທີ່ພວມຕັ້ງໃຈຕົບແຕ່ງຮູບຢ່າງພິຖິພິຖັນຢູ່ນັ້ນ ກໍ່ບໍ່ນຶກບໍ່ຝັນວ່າຝາໄມ້ອັດທີ່ຕົນນຳມາເຮັດຝາຂັ້ນຫ້ອງຄອມນັ້ນມັນມີປ່ອງນ້ອຍໆພໍທີ່ເຮັດໃຫ້ນາງຄອນຜູ້ເປັນເມຍສາມາດສອດສາຍຕາເຂົ້າໄປຊ່ອງແນບມເຫັນການເຮັດວຽກຂອງອາມອນໄດ້,ນາງຄອນ ເມື່ອເຫັນສະພາບແບບນັ້ນບວກກັບລາງຝັນຂອງຜົວທີ່ນາງພົບພໍ້ຜ່ານມາ, ນາງຄອນ ກໍ່ສະຫຼຸບທັນທີວ່າ: ເດັດຂາດຜົວຂອງຕົນມີການພົວພັນກັບນາງສອນແບບສູ້ສາວແນ່ນອນ,ໃນທີ່ສຸດກໍ່ຕັດສິນໃຈຄ່ອຍໆຢ່ອງໄປຄວາເອົາສາກເຂົ້າເບືອຢູ່ເຮືອນຄົວ ແລ້ວກໍ່ຢ່າງຫັນຈັ້ນໆໄປທີ່ຫ້ອງຄອມພິວເຕີ່ທັນທີ,ເມື່ອໄປຮອດກໍ່ບໍ່ເວົ້າຫຼາຍຄວາມ,ພໍແຕ່ອາມອນຫຼຽວໜ້າຂຶ້ນເບິ່ງໜ້າເມຍ ແລະ ກຳລັງຈະຖາມເມຍວ່າ ນ້ອງມີຫຍັງບໍ່ ໃນຄະນະດຽວກັນສາກເຂົ້າເບືອກໍ່ຖຶກຟາດລົງທີເໜືອຄີ້ວ,ອາມອນງາຍຫຼັງຕົກຈາກຕັ່ງຟຸກຢູ່ກັບພື້ນ,ນາງຄອນ ຍັງບໍ່ຢຸດດຳເນີນຕໍ່ດ້ວຍການຟາດຮ່ຳໆເຂົາຕາມຕົນຕົວ,ລຳຂາຫຼາຍຄັ້ງຈົນແຈບໃຈວ່າຜົວຕົນບໍ່ສາມາດຕອບໂຕ້ຄຶນໄດ້ ນາງຈິງຢຸດເຊົາ ແລ້ວກໍ່ຮ້າຍກາກໆ ມຶງເຫັນລິດແລ້ວບໍ່ໜ້າຜົວໃຈຊົ່ວ?,ທຳລົງໄດ້ແມ່ກະທັ້ງນ້ອງເມຍ,ຮູ້ຈັກເມຍຫຼືຍັງ?.
ອາມອນ ບໍ່ຮູ້ວ່າເກີດຫຍັງຂຶ້ນກັບຕົວເອງເລີຍ,ຄວາມເຈັບປວດຈາການທຸບຕີໄດ້ເຮັດໃຫ້ເຂົາບໍ່ສາມາດອ້າປາກອອກມາໄດ້ຈັກສຽງເລີຍ,ເຂົາພະຍາຍາມເອົາມືປະນົມເຂົ້າກັນແລ້ວມາວາງໄວ້ທີ່ໜ້າພາກຂອງຕົນເພື່ອຂໍຄວາມເຫັນໃຈຈາກເມຍ ແຕ່ເມຍບໍ່ສົນໃຈ.
ບໍ່ຕ້ອງມາອ້ວນວອນ,ຂ້ອຍຊິເອີ້ນແມ່ເຖົ້າມາເບິ່ງນຳວ່າເຈົ້າກຳລັງເອົາຮູບຂອງອີ່ສອນມາເບິ່ງ,ເຈົ໊າຄິດຮອດມັນແມ່ນບໍ່?
ເວົ້າແລ້ວນາງຄອນກໍ່ເອີ້ນເອົາແມ່ເຖົ້າທີ່ນອນຢູ່ເຮືອນຂ້າງໆຮ້ານລົງມາເບິ່ງເພື່ອເປັນສັກຂີພິຍານ.
ພໍແມ່ເຖົ້າມາຮອດກໍ່ເຫັນສະພາບຂອງລູກເຂີຍມີເລືອດອາບເຕັມຕົວ,ນັ່ງສັ່ນທົດໆຢູ່,ແມ່ເຖົ້າຕົກໃຈ ຈິ່ງຟ້າວຖາມເຖິງສາຍເຫດຂອງເລື່ອງ, ນາງຄອນບໍ່ເວົ້າຫຍັງຫຼາຍລາວຈັບເອົາໃບຮູບຂະໜາດ 4x6 ນິ້ວທີ່ມີຮູບຂອງນາງສອນຖ່າຍຮ່ວມກັບໜູ່ຢູ່ໃນງານດອງແຕ່ເດຶອນກ່ອນນັ້ນຂຶ້ນມາໃຫ້ແມ່ເຖົ້າເບິ່ງພ້ອມທັງອະທິບາຍ.
ນີ້ແມ່ນຫຼັກຖານທີ່ອ້າຍອາມອນລາວມີການພົວພັນແບບສູ້ສາວກັບອີ່ສອນ,ຄັນລາວບໍ່ມີການພົວພັບແບບສູ້ສາວ
ເປັນຫຍັງລາວຄືກອບເອົາແຕ່ຮູບອີ່ສອນຄົນດຽວ,ຮູບຜູ້ອື່ນທີ່ເປັນໝູ່ອີ່ສອນໃນນີ້ກໍ່ມີເປັນຫຍັງບໍ່ກອບເອົາ,
ບໍ່ເຊື່ອກໍ່ເບິ່ງທີ່ໜ້າຈໍຄອມນັ້ນຕິ່ ຮູບຄົນອື່ນລາວຕັດອອກໝົດຍັງແຕ່ຮູບອີ່ສອນຄົນດຽວ.
ແມ່ເຖົ້າຈັບເອົາໃບຮູບນັ້ນມາເບິ່ງຊືງຢູ່ຄາວໜຶ່ງ.
ອີ່ຄອນເອີ່ຍ,ມຶງເປັນບ້າໄປແລ້ວ,ຮູບໃບນີ້ແມ່ເອງນີ້ລະເປັນຄົນເອົາໃຫ້ມັນກອບ,ກອບເອົາແຕ່ຮູບອີ່ສອນນີ້ເພື່ອໄປຕິດໃສ່ໃບຢັ້ງຢຶນທີ່ຢູ່,ພ້ອມປະທັບການາຍບ້ານ,ທາງໂຮງຮຽນເພິ່ນຕ້ອງການ ແລະ ມື້ອື່ນເຊົ້າຈະໄດ້ຝາກໄປນຳລົດແຕ່ 6 ໂມງເຊົ້າ,ອີ່ສອນມັນຢູ່ໂຮງຮຽນທີ່ວຽງຈັນພຸ້ນໂທມາບອກແມ່,ແມ່ຊອກຄົ້ນຫາຮູບອີ່ສອນແຖບຕາຍຈິ່ງເຫັນຮູບໃບນີ້ຫຢູ່ໃນຕູ້.
ຮູ້ແບບນັ້ນນາງຄອນຟ້າວໂດດເຂົ້າໄປກອດຜົວຂອງຕົນພ້ອມທັງອ້ອນວອນແກ້ຕົວວ່າ:
- ອ້າຍອາມອນທີ່ຮັກ ນ້ອງຂໍໂທດ,ນ້ອງບໍ່ໄດ້ຕັ້ງໃຈ,ນ້ອງຝັນວ່າໂຈນຂຶ້ນເຮືອນ ແລະ ນ້ອງຝັນຕີໂຈນໃຫ້ຕາຍກໍ່ເລີຍເປັນແບບນີ້.
ແມ່ເຖົ້າໄດ້ແຕ່ຈົ່ມພືມພຳວ່າ:
- ຝັນຕາຍແຕ່ແນວຈີບຫາຍວາຍວອດ,ຄືບໍ່ຝັນແນວເປັນມົງຄຸນ,ຄັນຝັນບໍ່ເປັນຢ່າສູ່ຝັນ,ປ່ອຍໃຫ້ກູຝັນຍັງໃຄ.
ງານນີ້ແມ່ເຖົ້າຕ້ອງໄດ້ນຳສົງລູກເຂີຍໄປໂຮງມໍ,ຫຍີບ 8 ເຂັມ ແລະ ແມ່ເຖົ້າເປັນຜູ້ດດູແລ,ສົ່ງເຂົ້າສົ່ງນ້ຳໃຫ້ແກ່ລູກເຂີຍ, ເພາະອາມອນເຫັນໜ້າເມຍບໍ່ໄດ້,ເຫັນທີໃດທັງເຈັບທັງປວດ ແລະ ກໍ່ຮາກທຸກເທື່ອ, ແມ່ເຖົ້າຕ້ອງໄດ້ນອນເຝົ້າລູກເຂີຍທີ່ໂຮງໝໍຕັ້ງຫຼາຍຄຶນ ແລະ ເວລານອນເຝົ້າລູກເຂີຍນັ້ນແມ່ເຖົ້າໄດ້ຝັນແບບໃດ?
ເລື່ອງສັ້ນນີ້ຍັງບໍ່ຈົບ,ຈົ່ງຄອຍຕິດຕາມຕອນ(ລາງຝັນຂອງແມ່ເຖົ້າ),