ແຕ່ເກີດມາຂ້ອຍບໍ່ເຄີຍມີຮັກ,ບໍ່ຮູ້ວ່າຄວາມຮັກເປັນຊັ້ນໃດ,ບໍ່ເຄີຍເສຍຄວາມສາວໃຫ້ໃຜມາກ່ອນ,ແຕ່ມາມື້ໜຶ່ງຂ້ອຍໄດ້ຫຼົງຮັກກັບຊາຍຄົນໜຶ່ງ ທີ່ເປັນຜົວເຂົາແລ້ວ,
ຊາຍຄົນນັ້ບໍ່ຫຼໍ່ເທົ່າໃດ,ຫົວອ່າວລ້ານຢູ່,ອາຍຸເກືອບ 40 ປີ ເຂົາໄດ້ລູກັບເມຍ 2 ຄົນຊາຍໝົດ,ແຕ່ເຂົາມີເງິນ ແລະ ຄາລົມໃຊ້ໄດ້
ເມຍຂອງເຂົາໜ້າຕາດີກວ່າຂ້ອຍ ແຕ່ຂ້ອນຂ້າງຕຸ້ຍຕ່ຳ,ສວ່ນຂ້ອຍໜ້າຕາບໍ່ປານໃດ(ໜ້າເຂົ້າຟ້າ)ແຕ່ຮູບຮ່າງຊັດສ່ວນດີກວ່າເອື້ອຍນັ້ນ.
ເບື້ອງຕົນຂ້ອຍບໍ່ໄດ້ຄິດມັກຊາຍຄົນນັ້ນແມ່ນແຕ່ນ້ອຍເພາະຂ້ອຍກໍ່ຮູ້ດີວ່າຈະຮັກ ແລະ ທຸ່ມເທຈົນຕາຍກໍ່ບໍ່ມີທາງທີ່ເຂົາຈະປະເມຍເຂົາ,
ເຂົາມີທຸກຢ່າງແລ້ວ,ເຂົາຈະບໍ່ຖອຍຫຼັງເດັດຂາດ, ແຕ່ລາວນຳຕຶ້,ເອົາໃຈຂ້ອຍໄດ້ເກືອບທຸກຢ່າງເຮັດໃຫ້ຂ້ອຍປ່ຽນແນວຄິດ
ຫວັງວ່າຈະນຳໃຊ້ເງິນຂອງເຂົາເພື່ອສ້າງຄວາມແຂງແກ່ນດ້ານການເງິນ(ມີເຮຶອນ,ມີລົດ,ມີເງິນ) ແລ້ວກໍ່ຈະເຊົາທັນທີ
ແລະ ບວກກັນການຢາກຮູ້ຢາກລອງເຖິງຄວາມຮັກເປັນແນວໃດ,ໃນທີ່ສຸດຂ້ອຍໄດ້ປ່ອຍເນຶ້ອກາຍໃຫ້ເຂົາເສບຊົມຄັ້ງທຳອິດ
ແລະ ຄິດວ່າຈະເຊົາພຽງຄັ້ງດຽວເທົ່ານັ້ນ, ແຕ່ມັນບໍ່ເປັນດັ່ງຄິດຈັກຢ່າງເລີຍ.
ພາຍຫຼັງເສຍຕົວຄັ້ງທຳອິດໃຫ້ເຂົາແລ້ວ
ສະຖານະການທຸກຢ່າງໄດ້ປ່ຽນໄປຢ່າງອັດຕະໂນມັດ,ຄວາມຮັກ,ຫ່ວງ,ດູດດື່ມຈັກວ່າມາແຕ່ໃສບໍ່ຮູ້ສຶກຕົວໂຍນມາທີ່ຕົວຂອງຂ້ອຍທັງໝົດ,
ແນວຄິດປ່ຽນໄປ ຈາກແນວຄິດຫວັງຈ່າຍແຕ່ເງິນກັບປ່ຽນມາຮັກຫ່ວງຄິດເຖິງ,ຢາກໄດ້ທັງຕົວ,ທັງໃຈເຂົາ,ສ່ວນເງິນນັ້ນບໍ່ຢາກໄດ້ຄືແຕ່ກ່ອນອີກ,
ເມື່ອໄດ້ຢູ່ກັບເຂົາຂ້ອຍຮູ້ສຶກວ່າອົບອຸ່ນ,ມີຄວາມສຸກຢ່າງລົ້ນເຫຼືອຈົບບໍ່ສາມາດພັນລະນາໄດ້,ແຕ່ເມື່ອເວລາເຂົາກັບໄປຫາເມຍເຂົາ
ຊ້ຳພັນມີແຕ່ຄວາມອ້າງວ້າງເປົ່າປ່ຽວດຽວດາຍບໍ່ຮູ້ຊິຢູ່ຊິກິນຫຍັງເລີຍ,ມີແຕ່ປ່ວງໄປມາແບບຄົນບ້າ,ບໍ່ວ່າຍາມກິນ,ຍາມນອນ,ຢຶນ,ຢ່າງ,ນັ່ງ,ເບິ່ງໜັງຟັງເພງ
ຫຼື ເວລາຮຽນຂ້ອຍໄດ້ແຕ່ຄິດເຫັນໜ້າເຂົາຕະລອດ,ມີບາງຄຶນຂ້ອຍນອນບໍ່ໄດ້ຕ້ອງນັ່ງໄຫ້ສະອຶກສະອື້ນຢູ່ບ່ອນໄກໆຄົນເພື່ອເຊື່ອງຊ້ອນອາການ,
ໝູ່ໃນຫ້ອງພັກດຽວກັນຮູ້ໃຈຂ້ອຍດີເຂົາພະຍາມາປອບໃຈຕ່າງໆນາໆ,ບາງຄັງເຂົາກໍ່ຫາເພື່ອຊາຍຄົນອື່ນດີໆມາລົມກັບຂ້ອຍ
ເພື່ອຫວັງຊ່ວຍລຸດພ່ອນຄວາມຄິດເຖິງເຂົາ ແຕ່ຍີ່ງເພີ່ມຄວາມເຈັບປວດໃຫ້ແກ່ຂ້ອຍຕື່ມຊ້ຳ,ຂ້ອຍບໍ່ຢາກປາກກັບຜູ້ຊາຍຜູ້ໃດນອກຈາກເຂົາຄົນນັ້ນ,
ເຖິງວ່າເປັນຂອງເຂົາແຕ່ຫ້າມໃຈບໍ່ຢູ່,ຍາມໃດກໍ່ໄດ້ແຕ່ວິ່ງວອນພາວັນາໃຫ້ເຂົາລັກໃຈເມຍເຂົາມາຫາຂ້ອຍ.
ຂ້ອຍຄົບກັບເຂົາຕອນຢູ່ ມ5 ອາຍຸໄດ້ 17 ປີ ຕອນນັ້ນເຂົາມາຫາຂ້ອຍ ອາທິດລະເທື່ອ ພໍຈົບ ມ6 ແລ້ວຂ້ອຍໄປຮຽນຕໍ່ທີ່ນະຄອນຫຼວງ
ເຂົາຍັງຍາດເວລາມາຫາເດືອນລະເທື່ອ ແຕ່ຕອນນີ້ເຂົາຫ່າງໆອອກຊັກໃຊ້ດ້ວຍເຫດຜົນຂອງເຂົາວ່າຢ້ານເສຍລັບ,ຂ້ອຍຮູ້ວ່າເຂົາຍັງຮັກຂ້ອຍ
ແຕ່ ເຂົາກໍ່ບໍ່ສາມມາດປະເມຍເຂົາໄດ້ ແລະ ຂ້ອຍກໍ່ບໍ່ຢາກໃຫ້ເປັນແບບນັ້ນ ເພາະຂ້ອຍກໍ່ສົງສານເມຍແລະລູກຂອງເຂົາ ແຕ່ລະຄົນເປັນຄົນດີໜ້າຮັກ,ເຂົາມີຄວາມອົບອຸ່ນແລ້ວ
ຫາກຊາຍຄົນນັ້ນພາກຈາກເຂົາວັນໃດພວກເຂົາຕ້ອງເສົ້າໜອງ.
ຕອນນີ້ຂ້ອຍຍັງບໍ່ມີທາງອອກໃຫ້ກັບຕົນເອງ,ຮູ້ແຕ່ວ່າຮັກເຂົາທີ່ສຸດໃນຊີວິດ,ວັຖຸທຸກຢ່າງໃນໂລກຂ້ອຍບໍ່ຄຶດຕ້ອງການຫຍັງເທົ່າຕົວເຂົາ
ແລະ ຊີວິດຂອງຂ້ອຍຄົງຈົບສິ້ນ ແນ່ນອນຫາກຮູ້ວ່າເຂົາຖີ້ມເຮົາເມື່ອໃດ.
ສິ່ງທີ່ຂ້ອຍຕ້ອງການໃນຕອນນີ້ກໍ່ຄື: ແມ່ນຫຍັງກໍ່ໄດ້ທີ່ສາມາດເຮັດໃຫ້ຂ້ອຍລືມເຂົາລົງໄດ້
ແລະ ຂ້ອຍຈະຕອບແທນບຸນຄຸນເທົ່າທີ່ທຳໄດ້ນັບທັງການເປັນຂ້ອຍຂ້າກໍ່ທຳໄດ້
