ຂ່າວ: ຈັນສີ
ຊັບພະຍາກອນໄມ້ໃນດິນແດນລາວຖືກສົ່ງຂາຍໄປຕ່າງປະເທດເປັນຈຳນວນ ຫລາຍຈົນພໍ່ຄ້າໄມ້ຮັ່ງ ແຕ່ລາຍຮັບທີ່ເຂົ້າງົບປະມານຂອງລັດມີບໍ່ເຖິງເຄິ່ງ, ຂະແຫນງກ່ຽວຂ້ອງຊີ້ປ່າໄມ້ແມ່ນຊັບພະຍາກອນທຳມະຊາດ ແລະ ຜົນປະໂຫຍດຂອງປະເທດ ຖ້າຢາກໃຫ້ຕົ້ນໄມ້ທີ່ຖືກຕັດສົມ ຄຸນຄ່າທຸກພາກສ່ວນຕ້ອງຮ່ວມເປັນເຈົ້າການຕິດຕາມຄຸ້ມຄອງ.
ທ່ານ ດຣ. ນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສະຫະກຳ ແລະ ການຄ້າ ກ່າວເມື່ອບໍ່ດົນມານີ້ວ່າ: ບັນດາປະເທດໃກ້ຄຽງແຈ້ງຜົນການຈ່າຍເງິນຊື້ໄມ້ ຈາກລາວແຕ່ລະປີຈຳນວນຫລວງຫລາຍ ແຕ່ລັດຖະບານຍັງອັບປະໂຫຍດ, ເສຍປຽບທາງການຄ້າ ຍ້ອນບໍ່ສາມາດຄຸ້ມຄອງໄດ້, ຖ້າຫາກທຸກພາກສ່ວນເຫັນບັນຫານຳກັນການຕິດຕາມຄຸ້ມຄອງຈະງ່າຍ ແລະ ຊັດເຈນຂຶ້ນ.
ທ່ານ ລັດຖະມົນຕີ ໄດ້ເປີດເຜີຍເຖິງຕົວເລກເງິນທີ່ໄດ້ຈາກການຄ້າໄມ້ໂດຍທ່ານກ່າວວ່າ: ການຂາຍໄມ້ຕາມຕົວເລກຈິງທີ່ກະຊວງໄດ້ເກັບກຳສົກ 2007-2008 ໄດ້ 24 ລ້ານກວ່າໂດລາສະຫະລັດ ຫລື ເທົ່າກັບ 16%, ສົກ 20082009 ມີ 22,8 ລ້ານໂດລາສະຫະລັດ ກວມ 15% ຂອງຍອດມູນຄ່າການສົ່ງອອກທັງຫມົດ ແລະ 2009-2010 ແມ່ນ 8,3 ລ້ານໂດລາ ສະຫະລັດ.
ໃນເວລາດຽວກັນຜະລິດຕະພັນໄມ້ສົ່ງໄປຈີນ 2008 ມີຈຳນວນ 4,3 ລ້ານໂດລາສະຫະລັດ, 2009 ແມ່ນ 1,5 ລ້ານໂດລາສະຫະລັດ ແລະ ປີ 2010 ຂາຍໄດ້ 2,8 ລ້ານໂດລາສະ ຫະລັດ, ຂະນະທີ່ຜະລິດຕະພັນໄມ້ທີ່ສົ່ງໄປຫວຽດນາມ 2008 ມີ 24 ລ້ານໂດລາສະຫະລັດ, 2009 ຂາຍໄດ້ 22,8 ລ້ານໂດລາສະຫະລັດ ສ່ວນ 2010 ແມ່ນ 8,3 ລ້ານໂດລາສະຫະ ລັດ.
ນີ້ ແມ່ນຕົວເລກທີ່ເກັບກຳໄດ້ ແລະ ມາຜ່ານບັນຊີຂອງຂະແຫນງການຄ້າ. ແຕ່ຕົວເລກທີ່ຈີນຫວຽດນາມ, ອົງການຈັດຕັ້ງສາກົນແຈ້ງ ໃຫ້ກະຊວງຊາບວ່າ: ໄມ້ທີ່ຫວຽດນາມນຳເຂົ້າຈາກລາວ 2009 ມີ 95,9 ໂດລາສະຫະລັດ ແລະ 162,7 ລ້ານໂດລາສະຫະລັດ ໃນປີ 2010.
ສຳລັບ ສປ ຈີນ 2008 ນໍາເຂົ້າໄມ້ຈາກລາວທັງຫມົດ 21,7 ລ້ານໂດລາສະຫະລັດ 2009 ນໍາເຂົ້າ 67,5 ລ້ານໂດລາສະຫະລັດ.
ບໍ່ພຽງເທົ່ານັ້ນ ການຄ້າໄມ້ໃນປີນີ້ ໂດຍນັບແຕ່ເດືອນມັງກອນຫາເດືອນເມສາ ປີ 2011 ຫວຽດນາມນຳເຂົ້າໄມ້ຈາກລາວຫລາຍ ເຖິງ 107 ລ້ານໂດລາສະຫະລັດ, ແຕ່ຝ່າຍລາວຍັງບໍ່ທັນມີໃນບັນຊີ.
ນັ້ນຫມາຍຄວາມວ່າ: ຂະບວນການລັກລອບຄ້າໄມ້ບໍ່ຖືກກົດຫມາຍເກີດຂຶ້ນຢ່າງແພ່ ຫລາຍກາຍເປັນຈຸດເສຍປຽບທາງດ້ານການຄ້າໄມ້ຂອງປະເທດເຮົາທີ່ ບໍ່ສາມາດຄຸ້ມຄອງໄດ້, ຈາກບັນຫານີ້ ເຫັນໄດ້ວ່າ ການຄ້າໄມ້ເປັນບັນຫາຫລໍ່ແຫມທີ່ສຸດ ດ້ານຊັບພະຍາກອນທຳມະຊາດ ແລະ ຜົນປະໂຫຍດຂອງຊາດເຮົາ, ຖ້າພວກເຮົາບໍ່ຄຸ້ມຄອງດີ, ບໍ່ເຫັນບັນຫານຳກັນບໍ່ເອົາໃຈ ໃສ່ຄຸ້ມຄອງຕິດຕາມກວດກາ ແລະ ຮັກສາ ຍິ່ງຈະເຮັດໃຫ້ປະເທດຊາດສູນເສຍຜົນປະໂຫຍດ ແລະ ເປັນການເພີ່ມຈຳນວນເງິນຈໍລະຈອນກໍ່ຄືເງິນໃຊ້ຈ່າຍໃນສັງຄົມຫລາຍ ອັນເປັນສາເຫດ ໃຫ້ເກີດໄພເງິນເຟີ້ໃນປະເທດເຮົາ, ທ່ານ ດຣ. ນາມ ວິຍະເກດ ກ່າວເນັ້ນ.