ຂຽນເມື່ອ: ກ.ລ.. 16, 2011
| ມີ
11 ຄຳເຫັນ
ແລະ
0 trackback(s)
ເນື້ອໃນຂ່າວ ກັບສື່ມວນຊົນລາວໃນຍຸກແຫ່ງຂໍ້ມູນ-ຂ່າວສານ
ວັນທີ 13/07/2011 - ເວລາ 10:21:33 www.ecom.org.la/teen/khao/4/2734
ໃນຍຸກໂລກາພິວັດສັງຄົມໂລກໄດ້ປ່ຽນແປງໄປຢ່າງໄວວາທັງທາງດ້ານ ສັງຄົມ, ເສດຖະກິດ ແລະ ວິທະຍາສາດເຕັກໂນໂລຊີໂດຍສະເພາະເຕັກໂນໂລຢີການສື່ສານທີ່ມີການ ພັດທະນາຢູ່ຕະຫລອດເວລາສົ່ງຜົນເຮັດໃຫ້ປະເທດຕ່າງໆໃນໂລກນີ້ ຕ້ອງ ເພິ່ງພາອາໄສເຊິ່ງກັນ ແລະ ກັນ, ມີການເຊື່ອມໂຍງເຂົ້າຫາກັນຫລາຍຂຶ້ນໂລກທີ່ເຄີຍກວ້າງໃຫຍ່ໄພສານ ເບິ່ງຄືຈັ່ງວ່າມັນໄດ້ແຄບລົງ, ດິນແດນແຕ່ລະປະເທດທີ່ຢູ່ຫ່າງໄກກັນອັນມີພູເຂົາ, ທະເລທີ່ເຄີຍເປັນອຸປະສັກໃນການຕິດຕໍ່ສື່ສານ, ໄປມາຫາສູ່ກັນມັນໄດ້ກາຍເປັນໂລກທີ່ບໍ່ມີພົມແດນທຸກຢ່າງຢູ່ພຽງ ທີ່ປາຍນີ້ວມືຂອງຄົນເທົ່ານັ້ນຢາກເຫັນ, ຢາກອ່ານ, ຢາກຟັງ ຫລື ຕ້ອງການສິ່ງໃດພຽງໃຊ້ມືຄລິກເຂົ້າໄປບໍ່ພໍເທົ່າໃດວິນາທີກໍ່ ປາກົດໃນຫນ້າຈໍຄອມພິວເຕີໃຫ້ເຫັນດັ່ງໃຈຕ້ອງການໄດ້ທັນທີ.
ດັ່ງນັ້ນ ໃນຍຸກນີ້ຈິ່ງຖືໄດ້ວ່າ ເປັນຍຸກແຫ່ງຂໍ້ມູນ-ຂ່າວສານທີ່ບໍ່ມີພົມແດນ, ເປັນຍຸກທີ່ທຸກຄົນຕ້ອງໄດ້ເພິ່ງພາຂໍ້ມູນ-ຂ່າວສານໃນການດຳລົງ ຊີວິດປະຈຳວັນຂອງຜູ້ທີ່ຕ້ອງການສະແຫວງຫາຂໍ້ມູນ-ຂ່າວສານ, ການສຶກສາຄົ້ນຄວ້າ, ການຕິດຕໍ່ສື່ສານ ແລະ ອື່ນໆ.
ໃນຂະນະທີ່ ໂລກອິນເຕີເນັດໄດ້ເຂົ້າມາມີບົດບາດໃນການເຜີຍແຜ່ຂໍ້ ມູນ-ຂ່າວສານເຮັດໃຫ້ຜູ້ຄົນໃນສັງຄົມເຂົ້າເຖິງຂໍ້ມູນ-ຂ່າວສານງ່າຍ ຂຶ້ນ ແລະ ມີທາງເລືອກໃນການເປີດຮັບຂໍ້ມູນ-ຂ່າວສານຫລາຍຂຶ້ນ ເຊິ່ງການເປີດຮັບຂໍ້ມູນ-ຂ່າວສານໃນອິນເຕີເນັດເຮັດໃຫ້ຜູ້ຮັບສານ ສາມາດຕອບໂຕ້ກັບໃນທັນທີທັນໃດໄດ້ ຈິ່ງເຮັດໃຫ້ຄົນຈຳນວນບໍ່ຫນ້ອຍເລືອກຮັບຂ່າວສານທາງອິນເຕີເນັດ.
ສຳຫລັບຢູ່ປະເທດລາວເຮົາອິນເຕີເນັດກໍ່ໄດ້ເຂົ້າມາມີບົດບາດໃນ ການດຳລົງຊີວິດຂອງຄົນໃນສັງຄົມເຊັ່ນດຽວກັນແຕ່ຍັງຈຳກັດຢູ່ຕາມ ຕົວເມືອງໃຫຍ່ໆ ເນື່ອງຈາກວ່າອິນເຕີເນັດຢູ່ບ້ານເຮົາມີລາຄາສູງຖ້າທຽບກັບປະເທດ ໃກ້ຄຽງບວກກັບຄວາມຮັບຮູ້ດ້ານອິນເຕີເນັດຂອງປະຊາຊົນລາວ ຍັງຂ້ອນຂ້າງຈຳກັດ ຢ່າງໃດກໍ່ຕາມ ຜູ້ຂຽນຄິດວ່າໃນອະນາຄົດຂ້າງຫນ້ານີ້ອິນເຕີເນັດອາດຈະແພ່ລາມ ອອກສູ່ຊົນນະບົດຢ່າງແນ່ນອນ.
ເມື່ອໂລກອິນເຕີເນັດໄດ້ເຂົ້າມາມີບົດບາດຕໍ່ການດຳລົງຊີວິດຂອງ ຄົນໃນສັງຄົມທີ່ໄດ້ກ່າວໄປຂ້າງຕົ້ນແລ້ວນັ້ນ ຄົນບາງສ່ວນໃນສັງຄົມ ໂດຍສະເພາະກຸ່ມຄົນທີ່ມັກໃຊ້ອິນເຕີເນັດ ຈິ່ງມີຄຳຖາມວ່າ ເມື່ອຂໍ້ມູນ-ຂ່າວສານເຂົ້າມາມີບົດບາດຕໍ່ການດຳລົງຊີວິດຂອງຄົນ ໃນສັງຄົມແລ້ວ ເປັນຫຍັງສື່ມວນຊົນລາວຈິ່ງບໍ່ມີການປ່ຽນແປງຮູບແບບການນຳສະເຫນີ ລວມທັງເນື້ອໃນການນຳສະເຫນີ ເພື່ອດຶງດູດໃຈຜູ້ອ່ານ, ຜູ້ຂຽນໄດ້ມີໂອກາດເສວະນາກັບຜູ້ອ່ານຈຳນວນຫນຶ່ງ ເຊິ່ງສ່ວນຫລາຍເປັນພະນັກງານລັດຖະກອນເພິ່ນບອກວ່າຂ່າວທີ່ສື່ມວນ ຊົນນຳສະເຫນີທຸກມື້ນີ້ ເກືອບວ່າຄ້າຍຄືກັນທັງຫມົດ ເນື້ອໃນບໍ່ດຶງດູດໃຈ ບໍ່ເປັນຕາອ່ານ. ບໍ່ທັນສ່ອງແສງເຖິງສະພາບຄວາມເປັນຈິງຂອງສັງຄົມຜູ້ຂຽນ ໃນນາມເປັນສື່ມວນຊົນຜູ້ຫນຶ່ງຍອມຮັບວ່າຮູບແບບການນຳສະເຫນີຂ່າວ ຂອງສື່ມວນຊົນລາວ ໂດຍສະເພາະສື່ຫນັງສືພິມລາຍວັນພາສາລາວ ສ່ວນຫລາຍນຳສະເຫນີຂ່າວພິທີການຫລາຍກວ່າ ບໍ່ປາກົດມີຂ່າວ ເຈາະໃນຫນ້າຫນັງສືພິມ ແລະ ໃນການຂຽນຍັງບໍ່ຖືກຕາມໂຄງສ້າງຂອງຂ່າວ, ຂ່າວທີ່ປາກົດໃນຫນ້າຫນຶ່ງຂອງຫນັງສືພິມທຸກມື້ນີ້ ສ່ວນຫລາຍຍັງບໍ່ມີວັກນຳ (Lead) ແລະ ການຂຽນເນື້ອໃນແທນທີ່ຈະອະທິບາຍໄປ ແຕ່ລະປະເດັນ ຫລື ຂຽນເປັນ ແຕ່ລະຫຍໍ້ຫນ້າ ເພື່ອໃຫ້ຜູ້ອ່ານເຂົ້າໃຈງ່າຍ ແຕ່ຫລັງຈາກພາດຫົວຂໍ້ຂ່າວແລ້ວຂຽນເນື້ອໃນລວດດຽວຈົບເລີຍບໍ່ເປັນ ວັກ ເປັນຕອນຫຍັງ ຈິ່ງເຮັດໃຫ້ຜູ້ອ່ານສັບສົນ ນີ້ເປັນພຽງລີລາການຂຽນຍັງບໍ່ເວົ້າເຖິງພາສາຊວນອ່ານ.
ສ່ວນການນຳສະເຫນີເນື້ອໃນຍັງບໍ່ເລິກບໍ່ກວ້າງເທົ່າທີ່ ຄວນເນື່ອງຈາກເປັນຂ່າວພິທີການລ້ວນໆ ຈິ່ງບໍ່ມີເນື້ອຫາສາລະໃດໆທີ່ເປັນປະໂຫຍດຕໍ່ຜູ້ອ່ານເທົ່າທີ່ຄວນ ແລະ ໃນບາງຂ່າວຜູ້ອ່ານບໍ່ເຂົ້າໃຈຊ້ຳວ່າ ນັກຂ່າວຕ້ອງການສື່ສິ່ງໃດອອກມາໃຫຜູ້ອ່ານໄດ້ຮັບຮູ້ ຈິ່ງບໍ່ສາມາດທີ່ຈະດຶງດູດໃຈຜູ້ອ່ານໄດ້ ເນື່ອງຈາກວ່າ: ຂ່າວທີ່ປາກົດໃນຫນ້າຫນັງສືພິມທຸກມື້ນີ້ເປັນພຽງການ ແຈ້ງ “ຂ່າວ” ບໍ່ແມ່ນ “ຂ່າວ” (News) ຜູ້ຂຽນບໍ່ໄດ້ຕັ້ງໃຈວິພາກວິຈານ ເນີ! ແຕ່ໃຫ້ຄິດວ່ານີ້ ຄືຄວາມເປັນຈິງຂອງສື່ມວນຊົນລາວຂອງພວກເຮົາ ແລະ ພຽງແຕ່ຢາກໃຫ້ສື່ມວນຊົນທຸກສຳນັກກັບໄປພິຈາລະນາຫາວິທີແກ້ໄຂ ໂດຍສະເພາະໃນຍຸກແຫ່ງຂໍ້ມູນຂ່າວສານຄືປະຈຸບັນນີ້ ເຮັດໃຫ້ຜູ້ບໍລິໂພກຂ່າວມີຫລາຍທາງເລືອກໃນການເປີດຮັບຂໍ້ມູນ ຂ່າວສານ ເຊິ່ງທຸກຄົນທີ່ເປີດຮັບຮູ້ຂໍ້ມູນຂ່າວສານຈະມີການເລືອກເຟັ້ນຮັບ ສະເພາະແຕ່ຂ່າວທີ່ຫນ້າສົນໃຈ, ຫນ້າອ່ານ, ເປັນປະໂຫຍດ ແລະ ຫນ້າເຊື່ອຖືໄດ້ເທົ່ານັ້ນ.
ຢ່າງໃດກໍ່ຕາມ ທັງຫມົດທັງປວງທີ່ກ່າວມານັ້ນ ອາດຈະມີທັງປັດໄຈພາຍໃນ ແລະ ພາຍນອກທີ່ເຮັດໃຫ້ການນຳສະເຫນີຂ່າວຂອງສື່ມ່ວນຊົນລາວເປັນຢ່າງ ທຸກມື້ນີ້ ໂດຍປັດໄຈພາຍໃນໄດ້ແກ່ພາລະບົດບາດຂອງສື່ມ່ວນຊົນ ແຕ່ລະສຳນັກມີສ່ວນຄືກັນ ແລະ ມີສ່ວນຕ່າງກັນ ນອກຈາກນີ້ ພະນັກງານ ຫລື ນັກຂ່າວທີ່ບໍ່ໄດ້ຮຽນຈົບຈາກສະຖາບັນການສຶກສາສະເພາະດ້ານ (ດ້ານການ ສື່ສານມວນຊົນ) ແຕ່ເປັນການສະສົມປະສົບການໂດຍຜ່ານການເຮັດວຽກງານດ້ານຂ່າວ ມາເປັນເວລາຫລາຍປີ ເປັນການສືບທອດຈາກຮຸ່ນສູ່ຮຸ່ນ ດັ່ງນັ້ນ ການລາຍງານຂ່າວ ຫລື ການຂຽນຂ່າວຈິ່ງເປັນການສືບທອດຈາກຮຸ່ນສູ້ຮຸ່ນເຊັ່ນດຽວກັນບໍ່ ມີຄວາມພະຍາຍາມໃນການພັດທະນາຕົນເອງ ດັ່ງນັ້ນ ຮູບແບບການນຳສະເຫນີຂ່າວຈິ່ງຍັງຄົງຢຶດຕິດຢູ່ກັບຮຸ່ນກ່ອນໆທີ່ ເຄີຍປະຕິບັດມາ ແລະ ປະຕິບັດສືບຕໍ່ກັນມາຈົນເຖິງປະຈຸບັນ ແລະ ອີກປັດໄຈຫນຶ່ງຄື ຂາດສິ່ງຈູງໃຈບາງຢ່າງຈິ່ງບໍ່ມີຄວາມກະຕືລືລົ້ນທີ່ຈະແຂ່ງຂັນໃນ ເຊີງການຕະຫລາດ ສ່ວນປັດໄຈພາຍນອກຄື ບັນຫາຂອງແຫລ່ງຂ່າວທີ່ບໍ່ຄ່ອຍໃຫ້ຄວາມສຳຄັນ ຫລື ໃຫ້ຄວາມຮ່ວມມືກັບນັກຂ່າວເທົ່າທີ່ຄວນນີ້ ເປັນພຽງສ່ວນຫນຶ່ງເປັນປະເດັ່ນທີ່ຜູ້ຂຽນຍົກມາວິເຄາະແນ່ນອນຍັງ ມີປັດໄຈຫລາຍໆຢ່າງທີ່ບໍ່ໄດ້ ກ່າວເຖິງໃນບົດຄວາມນີ້ ເນື່ອງຈາກມີຂໍ້ຈຳກັດບາງຢ່າງ ແລະ ຕ້ອງການໃຫ້ຜູ້ອ່ານວິພາກວິຈານ ຫລື ຕຳນິຕິຊົມເພື່ອຕໍ່ຍອດໃນບົດຕໍ່ໆໄປ.
ດັ່ງນັ້ນ ບົດຄວາມນີ້ ຈິ່ງບໍ່ອາດຫລີກລຽງຄວາມຂາດຕົກບົກຜ່ອງໄດ້ ຜູ້ຂຽນຂໍນ້ອມຮັບຄຳຕຳຫນິຕິຊົມຈາກຜູ້ອ່ານ ຖ້າວ່າຜູ້ອ່ານທ່ານໃດຕ້ອງການສະແດງຄວາມຄິດເຫັນໃດໆກະລຸ ນາສົ່ງຄຳຕຳນິຕິຊົມມາໄດ້ທີ່ k_khampasith@hotmail.com ຜູ້ຂຽນຈະຮັບຟັງທຸກຄວາມຄິດເຫັນເພື່ອນຳໄປປັບປຸງໃນບົດຕໍ່ໆໄປ.