ຂຽນເມື່ອ: ກ.ລ.. 23, 2011
| ມີ
10 ຄຳເຫັນ
ແລະ
0 trackback(s)
ໃນໂອກາດທ່ານ ສົມພັນແພງຄຳມີ ກຳມະການສູນກາງພັກ,ຮອງປະທານສະພາແຫ່ງຊາດຊຸດທີ່ VII
ລົງຢ້ຽມຢາມເມືອງວຽງທອງ ແຂວງບໍຄຳໄຊ ໃນຕອນເຊົ້າວັນທີ່ 23 ກໍລະກົດ 2011 ນີ້ .
ພາຍຫຼັງທ່ານສົງກາ ໄສມະນີ ຮອງເຈົ້າເມືອງລາຍງານສະພາບການພັດທະນາເສດຖະກິດສັງຄົມໂດຍຫຍໍ້
ເມືອງວຽງທອງມີ 47 ບ້ານ,ປະຊາກອນ 23 ພັນກວ່າຄົນ,ພົ້ນທຸກແລ້ວ 16 ບ້ານ ກວມເອົາປະຊາກອນປະມານ 40%. ສະເລຍ່ລາຍຮັບ 700
ກວ່າດອນລ່າຕໍ່ຄົນຕໍ່ປີ
ສິນຄ້າສົ່ງອອກມີໄມ້,ເຄື່ອງປ່າຂອງດົງ,ຜະລິດຕະພັນກະສິກຳ(ເຂົ້າ,ສັດໃຫຍ່).
ແລະ ໃນສະພາບນ້ຳຖ້ວມປີນີ້ເສຍຫາຍນາ 100 ກວ່າເຮັກຕ່າ,ທາງ,ຄອງເໝືອງ,ສັດລ້ຽງ...ມູນຄ່າ 5 ຕື້ກວ່າກີບ
ຈາກນັ້ນ ທ່ານສົມພັນແພງຄຳມີ ຮອງປະທານສະພາແຫ່ງຊາດ ກໍ່ໃຫ້ກຽດໂອ້ລົມຕໍ່ພະນັກງານຫຼັກແຫຼ່ງພາຍໃນເມືອງ
ອ້າຍ ເລ່ ຜູ້ໄດ້ໄປຟັງລາວບໍ່ຈື່ຢ່າງອື່ນລາວຈື່ແຕ່ຄຳຖາມຂອງທ່ານບາງຄຳຖາມເທົ່ານັ້ນຄຶທ່ານຖາມວ່າ:
1 ເຮັດແນວໃດປະຊາຊົນຈິ່ງຮັ່ງມີ?
2 ຕົວເລກຊີ້ແຈງວ່າ 700 ດອນລ່າຕໍ່ຄົນຕໍ່ປີແມ່ນຕົວເລກຈິງຫຼືບໍ່?,ເອົາຫຍັງມາຄິດໄລ່?,
ຖ້າເປັນຕົວຈິງກໍ່ຖືວ່າໄດ້ມາດຖານຂອງສາກົນທີ່ກຳນົດ 2 ດອນລ່າຕໍ່ວັນ
ແລະ ຊີວິດຈິງຂອງສັງຄົມແມ່ນພາຍໃນເປັນໄປຕາມມາດຖານນັ້ນແທ້ບໍ່?
3 ການຊຸກຍູ້ການຜະລິດເປັນສິນຄ້າໄດ້ມີມາຕະການຄ້ຳປະກັນໃຫ້ແກ່ປະຊາຊົນແລ້ວບໍ່?
- ດ້ານເຕັກນິກເຮັດແນວໃດ?
- ການຕະຫຼາດເຮັດແນວໃດ?
- ບັນດາກົນໄກການຄຸ້ມຄອງທີ່ບໍ່ສອດຄ່ອງຖືກແກ້ໄຂແລ້ວບໍ່?
4 ຜູ້ປະສົບໃພພິບັດໄດ້ຊ່ວຍເຫຼືອແນວໃດແດ່ ໃນນາມຄົນລາວມີຄວາມສາມັກຄີ,ເອື້ອເຟື້ອເພື່ອແຜ່?
ພ້ອມນັ້ນທ່ານຮອງສະພາແຫ່ງຊາດຍັງໄດ້ມອບເງິນຊ່ວຍເຫຼືອແກ່ຜູ້ປະສົບໄພພິບັດຖ້າຖ້ວມຈຳນວນ 30 ລ້ານກີບ ແລະ ນ້ຳດື່ມ 30 ແກັດ
ຢາກຮູ້ວ່າເມືອງອື່ນເພີ່ນຖາມແບບນີ້ບໍ່? ແລະ ມີຄຳຕອບແນວໃດ?
ສ່ວນເມືອງຂອງຂ້ອຍບໍ່ທັນມີຄຳຕອບ ແມ່ນແຕ່ຂໍ້ທີ່ 4 ກໍ່ຕອບໄດ້ພຽງແຕ່ວ່າ:ໄດ້ສົ່ງພະນັກງານລົງໄປເກັບກຳຂໍ້ມູນແລ້ວ