ໃຜກໍ່ເຂົ້າໃຈວ່າ: ສະພາ ແມ່ນຕົວແທນຂອງປະຊາຊົນ
(ເປັນຜູ້ກວດກາ,ແກ້ບັນຫາປະກົດການຕ່າງໆທີ່ເກີດຂຶ້ນກັບປະຊາຊົນ ແທນປະຊາຊົນ)
ແຕ່ໃນຜ່ານມາການລົງເຮັດວຽກຂອງສະພາບໍ່ລົງເລິກເຖິງປະຊາຊົນເລີຍ,
ສ່ວນຫຼາຍລົງຮອດແຕ່ອຳນາດການປົກຄອງຂັ້ນເມືອງເທ່ົານັ້ນ,
ບໍ່ລົງຫາປະຊາຊົນຕົວຈິງບໍ່ຮູ້ເລິກເຊິ່ງເຖິງຖອງເຖິງແນວຄິດ,
ຊີວິດຈິງຂອງເຂົາເຈົ້າ,ເວລາລົງບ້ານປະຊາຊົນສ່ວນໃຫຍ່ອຳນາດການປົກຄອງຂັ້ນເມືອງ
ເລືອກເອົາບ້ານທີ່ດີໆເປັນຕົວແບບ ແລະ ຜູ້ທີ່ມາລາຍງານສະພາບນັ້ນບໍ່ວ່າຂັ້ນເມືອງ,
ຂັ້ນບ້ານກໍ່ເລືອກແຕ່ຄຳດີໆມາລາຍງານຕໍ່
ສ່ວນບັນຫາປະກົດການຫຍໍ້ທໍ້ທີ່ເກີດກັບປະຊາຊົນບໍ່ເວົ້າເລີຍ
ມີແຕ່ຂໍທຶນສ້າງນັ້ນ,ສ້າງນີ້ລຽນຕິດ
ບາດວ່າບັນຫາສິ່ງທີ່ສ້າງມາແລ້ວ,ເສຍເງິນຫຼາຍຕື້ແລ້ວບໍ່ໄດ້ນຳໃຊ້
ຫຼື ນຳໃຊ້ກໍ່ບໍ່ສົມລາຄາ(ບໍ່ມີຄຸນະພາບ) ເຊັ່ນ ການກໍ່ສ້າງເໝືອງຝາຍ,ນ້ຳລິນ...
ເກີດເຕັມບ້ານເຕັມເມືອງພັດບໍ່ເວົ້າ ແລະ ອື່ນໆຫຼາຍບັນຫາອີກທີ່ບໍ່ເວົ້າ
ສະນັ້ນ:ຂໍ້ມູນທີ່ສະພາໄດ້ຮັບເປັນພຽງການພັນລະນາເທົ່ານັ້ນ,ຍັງມີຫຼາຍບັນຫາທີ່ສະພາບໍ່ຮູ້ບໍ່ເຫັນ,
ສ່ວນປະຊາຊົນກໍ່ບໍ່ມີໂອກາດຂຶ້ນຫາສະພາ ແລະ ອີກຢ່າງໜຶ່ງຄວາມຮັບຮູ້ເຂົ້າໃຈ,
ຄວາມສາມາດກໍ່ຈຳກັດ ຢ້ານແຕ່ຜິດ ແລະ ກໍ່ບໍ່ຮູ້ທີ່ໄປທີ່ມາຫຍັງເລີຍໄດ້ແຕ່ພາກັນຈົ່ມຕາມບ້ານ,
ຕາມໄຮ່ຕາມນາເທົ່ານັ້ນ
ຖ້າສະພາຍັງລົງວຽກແບບເກົ່ານີ້ ສະພາກໍ່ບໍ່ຮູ້ສະພາບອັນລະອຽດ ແລະ
ປະກົດການຕ່າງທີ່ເກີດກໍ່ຈະບໍ່ຖຶກນຳສະເໜີຕໍ່ລັດຖະບານເພື່ອແກ້ໄຂແຕ່ຢ່າງໃດ
ດີທີສຸດແມ່ນຄວນແຕ່ງຕັ້ງພະນັກງານກວດກາສະເພາະຂອງສະພາລົງເກັບກຳຂໍ້ມູນ
ຢູ່ນຳປະຊາຊົນ,ໃກ້ຊິດຕິດແທດ,ຢູ່ກິນຮ່ວມກັບປະຊາຊົນຢ່າງເລິກເຊິ່ງ
ເພາະປະຊາຊົນເຮົາສ່ວນໃຫຍ່ແມ່ນບໍ່ກ້າລາຍງານຢ້ານແຕ່ຖືກໂທດ
ຫາກບໍ່ໃຊ້ເວລາເຈາະຈີ້ມແບບເປັນກັນເອງຂໍ້ມູນບາງຢ່າງແມ່ນຖືກປິດບັງໝົດ
ບໍ່ວ່າແຕ່ປະຊາຊົນພະ ນັກງານກໍ່ປິດບັງຄືກັນ
ເວລາລວມໃຜກໍ່ບໍ່ກ້າເວົ້າ ບາດຢູ່ບ່ອນອ່ືນເວົ້າພັດເວົ້າໄດ້
ນີ້ແມ່ນຂໍ້ຄິດໜຶ່ງໃນນາມພົນລະເມືອງລາວໃນລະບອບປະຊາທິປະໄຕ