![](http://punlao.com/uploads_user/18000/17255/258138.jpg)
ບົດນິ້ບໍ່ແມ່ນສອນນັກຂ່າວນະ ແຕ່ເປັນຂໍ້ຄິດຂອງຂ້ອຍ
ເຮົາມັກເຫັນຄຳສັບບາງປະໂຫຍກໃນບົດຂ່າວຂອງສື່ມວນຊົນລາວທີ່ເຄີຍໃຊ້ມາຕະລອດເຫັນວ່າຄວນປັບປຸງໃນຍຸກປະຈຸບັນ
ຂໍສົມມຸດບົດຂ່າວທີ່ມີຫົວຂໍ້ (ທ່ານ ອາຊາງ ລາວລີ ຢ້ຽມຢາມ ກວດການ້ຳຖ້ວມ)
ເນຶ້ອໃນບາງຕອນ: ໃນວັນທີ່ 1 ກໍລະກົດ 2011 ນີ້ທ່ານ ອາຊາງ ລາວລີ ກຳມະການກົມການເມືອງສູນກາງພັກ ຮອງນາຍົກພ້ອມຄະນະໄດ້ເດີນທາງເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ ໂດຍການຕ້ອນຮັບຈາກທ່ານ ປ້ານນ້ອຍມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ.ທ່ານ ຮອງນາຍົກລັດຖະມົນຕີໄດ້ເຄື່ອນໄຫວ .....(ເນື້ອໃນຂອງບົດ: ຈຸດປະສົງໃນການມາຂອງທ່ານຮອງນາຍົກມາຄັ້ງນີ້ແມ່ນກວດກາເບິ່ງສະພາບນ້ຳຖວ້ມພາຍໃນແຂວງບໍລິຄຳໄຊວ່າເສຍຫາຍຫຍັງແດ່,ຈຳນວນເທົ່າໃດ? ແລະ ເບື້ອງຕົນຈະຊ່ວຍຫຍັງ,ໄລຍະຕໍ່ໄປຈະຊ່ວຍຫຍັງແກ່ປະຊາຊົນ?ເທົ່ານັ້ນ,ບໍ່ໄດ້ໄປເຮັດວຽກຫຼືຢ້ຽມຢາມບ່ອນອຶ່ນ)
ຄຳສັບບາງປະໂຫຍກທີ່ຄວນປັບປຸງແມ່ນບ່ອນເປັນສີຄາມນັ້ນລະ(ເປັນຫຍັງຈິ່ງຄວນ?)
1 .ເຮົາຕ້ອງແຍກໃຫ້ອອກວ່າເພີ່ນມາເຮັດຫຍັງ?(ເວົ້າເຈາະຈົງຫົວຂໍ້ດຽວກໍ່ພໍ ຈະເຮັດໃຫ້ບົດເດັ່ນຂຶ້ນ)
- ຖ້າມາຢ້ຽມຢາມແມ່ນຕ້ອງໄປເລາະເບິ່ງບ່ອນທຳການການຜະລິດປຸກຝັງລ້ຽງສັດ,ໂຮງຈັກໂຮງງານ ຫຼື ຄົນທີ່ພວມມີຜົນສຳເລັດ... ຈິ່ງມີການຮັບຕ້ອນຢ່າງອົບອຸ່ນຈິງໃຈ(ຄຳວ່າຢ້ຽມຢາມ ຕ່າງຈາກຄຳວ່າ: ກວດເບິ່ງ)
- ຖ້າມາກວດເບິ່ງນ້ຳຖ້ວມຕ້ອງລົງຫາຈຸດທີ່ມີນ້ຳຖ້ວມ
- ຖ້າມາເຮັດວຽກອື່ນຕ້ອງໄປຫາພາກສ່ວນອື່ນຕາມໜ້າວຽກ
ຄັນເຮົາເວົ້າກວມລວມແບບນີ້ເຮັດໃຫ້ຜູ້ອ່ານເຂົ້າໃຈວ່າທ່ານຮອງນາຍົກຍັງຖືເບົາຕໍ່ເຫດການທີ່ເກີດຂຶ້ນກັບປະຊາຊົນ ເພາະວ່າທ່ານມາຮອດແລ້ວຍັງໄປເຮັດວຽກ,ໄປ ຢ້ຽມຢາມບ່ອນອື່ນທີ່ບໍ່ເກີດເຫດ,ມີການຕ້ອນຮັບເປັນທາງການຈາກເຈົ້າແຂວງພ້ອມຄະນະສຳເລັດແລ້ວຈິ່ງລົງໄປຫາບ່ອນເກີດເຫດ(ຜູ້ອ່ານອາດເຂົ້າໃຈວ່າການຕ້ອນຮັບຕ້ອງມີພາເຂົ້າສາມັກຄີເຊິ່ງເປັນປະເພນີຂອງຄົນລາວເຮົາຢູ່ແລ້ວ) ບໍ່ເໝາະກັບບັນຍາກາດແບບນີ້ເລີຍ.
ຫາກກໍລະນີເພີ່ນລົງມາຄັ້ງນີ້ເຮັດວຽກຫຼາຍອັນນັກຂ່າວຄວນຂຽນເທື່ອລະຂ່າວ ຈະເຮັດໃຫ້ເນື້ອໃນເຈາະເລິກເຂົ້າຫາປະເດັນໄດ້ດີກວ່າ,ຕອບສະໜອງແກ່ຜູ້ອ່ານດີກວ່າ
(ມີທັງ: ຢ້ຽມຍາມ,ກວດການ້ຳຖວ້ມ,ເຮັດວຽກ ແລະ ເຄື່ອນໄຫວ ໃນບົດດຽວ ມັນສັບສົນຫຼາຍ)
2. ບັນດາທ່ານມີສອງຕຳແໜ່ງຄຶ: ຕຳແໜ່ງພັກ ແລະຕຳແໜ່ງ ລັດ(ເຮົາຄວນແຍກຕຳແໜ່ງຕາມໜ້າວຽກທີ່ເພີ່ນລົງໃນຕອນນັ້ນ).
- ຖ້າລົງວຽກພັກກໍ່ຄວນໃສ່ຕຳແໜ່ງພັກຢ່າງດຽວ
- ຖ້າລົງວຽກລັດກໍ່ຄວນໃສ່ຕຳແໜ່ງລັດຢ່າງດຽວ
ຖ້າເຮົາໃສ່ສອງຕຳແໜ່ງຂວບກັນເປັນແນວໃດທັ່ງທີ່ເພີ່ນມີສອງຕຳແໜ່ງ?
ທ່ານເລນິນຂຽນໄວ້ວ່າ: ພັກນຳພາ ບໍ່ໄດ້ໝາຽຄວາມວ່າ: ຕ້ອງໄປນັ່ງບັນຊາໃນກົງຈັກຂອງລັຖ. ຖ້າມື້ໃດອຳນາດຂອງພັກເຂົ້າຢູ່ໃນກົງຈັກຂອງລັຖ ຈະເຮັດໃຫ້ເກີດພະຍາດອາຍາສິດຂຶ້ນ. ຖ້າເກີດພະຍາດອາຍາສິດໃນກົງຈັກບໍລິຫານ, ຈະເຮັດໃຫ້ການສ້າງ ສັງຄົມນິຍົມ ບໍ່ປະສົບຜົນສຳເລັດ
ກ. ມີສອງຕຳແໜ່ງກໍ່ຈິງແຕ່ເວລາເພີ່ນເຮັດວຽກເພີ່ນຕ້ອງແຍກ(ເຮັດເທື່ອລະວຽກ) ສະນັ້ນນັກຂ່າວກໍ່ຕ້ອງໄດ້ແຍກເອີ້ນຕຳແໜ່ງຕາມໜ້າວຽກ, ຖ້າເຮົາບໍ່ແຍກຜູ້ອ່ານກໍ່ເຂົ້າໃຈວ່າພັກເຂົ້າໄປບັນຊາໂດຍກົງໃນກົງຈັກຂອງລັດ ແລະ ບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນກົງຈັກລັດນັ້ນແມ່ນພັກເປັນຜູ້ບົ່ງການຫຼືມີສ່ວນຮູ້ເຫັນເປັນໃຈນຳກັນ,ເຮັດໃຫ້ປະຊາຊົນຂາດຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍ ແລະ ການນຳພາຂອງພັກ
ຂ. ເນື້ອໃນຍາວໂພດ,ຊ້ຳເກົ່າ ແລະ ບໍ່ແມ່ນຈຸດສົນໃຈຂອງຜູ້ອ່ານທີ່ບໍ່ຢູ່ໃນພັກ.