
ຂຽນເມື່ອ: ສ.ຫ.. 4, 2011
| ມີ
21 ຄຳເຫັນ
ແລະ
0 trackback(s)
ຕອງສະໜອງຕາມສຽງໂຫວດການສຳຫຼວດໃນພັນລາວກ່ຽວກັບການຕັ້ງກຸ່ມນັກຂ່າວສະມັກຫຼີ້ນໂດຍສົມມຸດ ເຊິ່ງສຽງໂຫວດສ່ວນໃຫຍ່ແມ່ນເຫັນດີສະນັບສະໜຸນໃຫ້ຕັ້ງກຸ່ມ,ສ່ວນສຽງໂຫວດບໍ່ເຫັນດີໃຫ້ຕັ້ງກໍ່ມີສຽງຂ້າງນ້ອຍເທົ່າໆກັບສຽງໂຫວດຕາມໃຈ,ເຮົາໃສ່ຊື່ກຸ່ມນີ້ວ່າ:” ອິນຊີຂ່າວ” ຕາມຄຳແນະນຳຂອງເພື່ອນພັນລາວທ່ານໜຶ່ງ
ກຸ່ມນັກຂ່າວສະມັກຫຼີ້ນຂອງພວກເຮົາສ້າງຂຶ້ນເພື່ອໃຫ້ສະມະຊິກໃນກຸ່ມໄດ້ສຶກສາຄົ້ນຄວ້າແລກປ່ຽນບົດຮຽນດ້ານສື່ມວນຊົນທັງພາຍໃນ ແລະ ນອກ ເປັນຕົ້ນ: ບົດບາດສື່ມວນຊົນ,ພາລະສື່ມວນຊົນ,ຄວາມພ້ອມກ່ອນຈະກ້າວເຂົ້າສູ່ວົງການສື່ມວນຊົນ,ຈັນຍາບັນສື່ມວນຊົນ,ກົດໝາຍສື່ມວນຊົນ.. ຈາກນັ້ນກໍ່ຈະໄດ້ທົດລອງສະເໜີຂ່າວພາຍໃນກຸ່ມ(ວົງແຄບໆສາກອ່ນ)ຫາກເຫັນວ່າພໍໄດ້ແລ້ວກໍ່ສາມາດສະເໜີຂ່າວຕາມສື່ຕ່າງໆຕາມທີ່ຕົນເອງມີເງື່ອນໄຂ.
ນອກນັ້ນສະມະຊິກຍັງສາມາດແລກປ່ຽນບົດຮຽນດ້ານອື່ນເຊັ່ນ:ວິທະຍາສາດ,ຊີວິດວັທະນະທຳ...ເຊີ່ງກັນແລະກັນ
ອີກຢ່າງໜຶ່ງກໍ່ເປັນການເປີດໂລກເຊື່ອມສຳພັນໃຫ້ມະນຸດເຮົາເຂົ້າໃຈກັນຫຼາຍຂຶ້ນກ່ອນຈະຈັບມືກັນກັນກ້າວໄປຂ້າງໜ້າຕາມຍຸກແຫ່ງຂໍມູນຂ່າວສານໄຮ້ພົມແດນ.
# ເງຶ່ອນໄຂຜູ້ສະມັກ
ບໍ່ຈຳກັດຕຳແໜ່ງ,ບໍ່ຈຳກັດເພດ,ໄວ,ຊົນຊາດຊົນເຜົ່າ,ຊົນຊັ້ນວັນນະ,ເຊື້ອຊາດສາສໜາ,ສັນຊາດ ,ຖິ່ນກຳເນີດ ແລະ ທີ່ຢູ່ອາໄສຈະເປັນພາຍໃນ ຫຼື ນອກປະເທດ ແຕ່ຄວນລະບຸແຂວງ ຫຼື ປະເທດໃຫ້ຖືກຕ້ອງເພາະວ່າເພື່ອນໆຈະຖາມຂໍ້ມູນບາງຢ່າງທີ່ໃກ້ຕົວທ່ານ.
ເປັນຜູ້ທີ່ມັກ ແລະ ມີຄວາມສົນໃຈດ້ານສື່ມວນຊົນ,ຂ່າວສານບ້ານເມືອງ ຫຼື ຢ່າງນ້ອຍຕ້ອງເປັນຄົນມັກອ່ານ,ມັກຖາມ,ມັກຕອບ,ສະລອກກອກຊອກຮູ້ຊອກເຫັນ(ຂີ້ດື້ແບບເຂົ້າທ່າຫັ່ນນ່າ! ອິ..ອິ..ອິ..) ແລະ ເຂົ້າໃຈພາສາລາວເລັກນ້ອຍ-ໄປຫາຫຼາຍຍິ່ງດີ ...555
- ສະຖານທີ່ ແລະ ຊົວໂມງເຮັດວຽກບໍ່ຈຳກັດຕາມໃຈທີ່ມັກ ແລະມີຄວາມສາມາດ ເຮັດໄດ້
- ພາຫະນະຮັບໃຊ້,ທີ່ພັກອາໃສ ແລະ ອຸປະກອນສື່ມວນຊົນ ແມ່ນກຸ້ມຕົນເອງ(ຫຼືໃຊ້ຕົວຊ່ວຍກໍ່ດີ)
- ເງິນເດຶອນ,ເງິນອຸດໜຸນເພີ່ມໂມງ ແລະ ສະວັດດີການຕ່າງໆບໍ່ຈຳກັດ ອະນຸນາດຈ່າຍຕາມໃຈມັກ ແລະ ເທົ່າທີ່ທ່ານຊອກຫາມາໄດ້.
- ບໍ່ຈຳກັດເວລາໃນການສະມັກ ຫຼື ລາອອກຈາກກຸ່ມ ເງິນ ອຸດໜຸນປີການ,ບຳເນດບຳນານ.. ໝັ່ນຫາຈີ່ງໄດ້
# ຂໍ້ສຳຄັນໃຫ້ເຂົ້າໃຈວ່າ: “ ເຮົາເປັນນັກຂ່າວສະມັກຫຼີ້ນໂດຍສົມມຸດໃນພັນລາວ ” ເທົ່ານັ້ນ..ວ່າວ..