![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ສ.ຫ.. 9, 2011
| ມີ
12 ຄຳເຫັນ
ແລະ
0 trackback(s)
ໂທລະພາບກອງທັບບົກຊ່ອງ 7 ຂອງໄທລາຍງານຂ່າວໃນຕອນທ່ຽງຂອງວັນທີ່ 9 ສິງຫາ 2011ນີ້ວ່າ:
ເຮືອບັນທຸກເຮືອບິນສູ້ຮົບຂອງມາເມລິກາທີ່ມີຊື່ວ່າ: (ຈອຊວໍຊິງຕັ່ນ)
ເຊິ່ງເປັນເຮືອບັນທຸກເຮືອນບິນທີ່ໃຫຍ່ທີ່ສຸດໃນໂລກ,ສາມມາດບັນຈຸເຮືອບິນສູ້ຮົບທີ່ທັນສະໄໝຕ່າງໆໄດ້ເຖິງຮ້ອຍກວ່າລຳ
ໄດ້ບັນທຸກເຮືອບິນສູ້ຮົບພ້ອມອຸປະກອນສົງຄາມຕ່າງໆ ມາຈອດທຽບທ່າຂອງໄທເປັນຄັ້ງປະຫວັດສາດ ແລະ
ອ້າງວ່າມາເພື່ອຢ້ຽມຢາມມິຕະພາບກັບໄທ,ຫຼັງຈາກນັ້ນຈະໄປປະຈຳການທີ່ຍີ່ປຸ່ນ.
ເຊິ່ງໝາຍຄວາມວ່າອາເມລິກາສ້າງຖານທັບເພີ່ມຂຶ້ນອີກ 1 ແຫ່ງໃນອາຊີ
ເບິ່ງແລ້ວເໝືອນກັບວ່າອາເມລິກາກຳລັງສົ່ງສັນຍານໃດໜຶ່ງທີ່ບໍ່ມີຄວາມປອດໄພມາໃຫ້ຊາວອາຊີ ແລະ
ເປັນການຂົ່ມຂູ່ຊາວອາຊີຫຼາຍກວ່າຈຸດປະສົງອື່ນ.
ຊາວອາຊີເຮົາ ແລະ ຊາວໂລກຜູ້ຮັກສັນຕິພາບມີຂໍ້ຄິດເຫັນແນວໃດຕໍ່ປະກົດການນີ້?.