
ຂຽນເມື່ອ: ພ.ຈ.. 21, 2011
| ມີ
21 ຄຳເຫັນ
ແລະ
0 trackback(s)
ໃນສະໄໝນາຍົກບົວສອນ ບຸຜາວັນ ບໍລິຫານບ້ານເມືອງ. ສັງຄົມກວ່າຂານວ່າ:ການຕັ້ງດ່ານກວດກາຢູ່ຕາມເສັ້ນທາງເຂົ້າ-ອອກເມືອງຕ່າງມັນເປັນການເອື້ອຍອຳນວຍໃຫ້ແກ່ພະນັກງານຂອງລັດສວຍໃຊ້ສິດອຳນາດ,ໜ້າທີ່ຕຳແໜ່ງສໍ້ລາດບັງຫຼວງ,ເປັນການອັດຕັນ,ກົດໜ່ວງທ່ວງດືງການຂະຫຍາຍໂຕຂອງເສດຖະກິດ.
ຕົກມາໃນສະໄໝນາຍົກ ທອງສິງ ທຳມະວົງ ບໍລິຫານບ້ານເມືອງ. ມີການປັບປຸງໃໝ່ຕາມທິດນຳຂອງພັກ,ບລິການຜ່ານປະຕູດຽວ,ຍົກເລີກບັນດາດ່ານກວດກາ,ຢຸດຕິການເກັບຄ່າຜ່ານຂົວແຕ່ລະແຫ່ງ.ເຮັດໃຫ້ເກີດມີຄວາມແຕກຕ່າງບາງຢ່າງເດັ່ນຊັດ.ຍົກເລີກດ່ານກວດກາ ແຕ່ເພີ່ມໜ່ວຍສະເພາະກິດຂຶ້ນ,ເຮັດໃຫ້ການກວດກາຂອງເຈົ້າໜ້າທີ່ລັດເພີ່ມທຸກຢ່າງຂຶ້ນ,ນັບທັງປະລິມານ ແລະຄຸນນະພາບ.(ມີໂອກາດ,ແນບນຽນ ແລະຫຼາຍກວ່າເກົ່າ)
ເມື່ອກ່ອນຕາມສາຍທາງເລກ 8 ອາ ແຕ່ທາງແບ່ງບ້ານເລົ່າ - ທາງແບ່ງປ່າຄາ(ແຂວງບໍລິຄຳໄຊ)ໄລຍະທາງປະມານ 100 ກວ່າກິໂລແມັດ ມີດ່ານກວດສອງບ່ອນຄື: ທາງແບ່ງບ້ານເລົ່າ ແລະນາຫິນ.
ແຕ່ພາຍຫຼັງຍົກເລີກບັນດາດ່່ານດັ່ງກ່າວແລ້ວພັດມີໜ່ວຍສະເພາະກິດເພີ່ມຂຶ້ນ 4 ຈຸດ ຄື: ກາຍທາງແບ່ງເຂົ້າມາປະມານ 6 ກິໂລແມັດ, ຫຼັກ 27 ,ນາຫິນ ແລະໜອງກອກ.( 4 ຈຸດນີ້ມີໜ່ວຍງານປະຈຳການຕະຫຼວດ 24 ຊົວໂມງ,ຕັ້ງໃຈກວດເປັນປະຈຳຄືກັບດ່ານກວດ )ຕາມທຳມະດາແລ້ວໜ່ວຍສະເພາະກິດກວດກາເປັນບາງຄັ້ງຄາວທີ່ມີຂ່າວ,ຄຳສັ່ງແຈ້ງມາ(ບໍ່ໄດ້ປະຈຳທີ່)
ນອກຈາກຈຸດທີ່ກ່າວມາແລ້ວໜ່ວຍສະເພາະກິດຍັງມີສິດກວດໄດ້ທຸກບ່ອນ ແລະໃນທີມງານນັ້ນກໍ່ປະກອບຄົບທຸກພາກສ່ວນນັບທັງທະຫານ,ຕຳຫຼວດ.
(ທຳມະດາແລ້ວທະຫານບໍ່ຄວນມາຫຍຸ້ງກັບວຽກເສດຖະກິດ,ຖ້າຈະເອົາແທ້ກໍ່ຄວນເປັນກອງຫຼອນບ້ານ,ຕຳຫຼວດບ້ານ ຊາວໂລກເບິ່ງຄືຊິງາມຕາກວ່າ)
ແຂວງອື່ນໆເປັນແນວໃດບັນດາທ່ານອອກຄຳເຫັນເບິ່ງດູ່? ,