ເຫັນເພີ່ນຂຽນຫຍໍ້ວ່າ: ຖວທ. ທຳອິດກໍ່ງົງໆ ແປວ່າຫຍັງ?
ຮູ້ພາຍຫຼັງມາເພີນແປວ່າ: ຖົງແວັບແທ້ !
ສື່ມວນຊົນເປັນຂະແໜງໜຶ່ງທີ່ມີບົດບາດສຳຄັນໃນການໂຄສະນາ,ປຸກລະດົມຂົນຂວາຍມະຫາຊົນໃຫ້ເດີນຕາມແນວທາງ
ນະໂຍບາຍຂອງພັກ,ຕໍ່ສູ້ຊົນຊັ້ນ,ຕ້ານສັຕູ,ຊ່ອງແສງປະກົດການ ຫຼື ວິຈານສັງຄົມ ແລະກໍ່ສ້າງຊີວິດໃໝ່
ໃນນັ້ນມີພາຫະນະສື່ມວນຊົນເປັນອາວຸດ.
ສະນັ້ນ: ບັນດານັກຮົບສື່ທັງຫຼາຍຈິ່ງເອົາໃຈໃສພິທິພິທັນຕໍ່ກັບອຸປະກອນຮັບໃຊ້ຂອງເຂົາເຈົ້າ,
ເພາະວ່າຖ້າຫາກຝ່າຍໃດມີອາວຸດແຫຼມຄົມກວ່າ,ທັນສະໄໝກວ່າ ແລະພຽງພໍກວ່າ ຖືວ່າເປັນຝ່າຍໄດ້ປຽບ
ແລະມີໂອກາດໄດ້ຮັບໄຊຊະນະ
ນັກສື່ມວນຊົນລາວທ່ານໜຶ່ງເວົ້າວ່າ: ຫາກມີງານໃຫຍ່ໆເກີດຂຶ້ນເມື່ອໃດ ຖືວ່າແມ່ນບັ້ນຮົບເກີດຂຶ້ນ,
ຂະແໜງສື່ມວນຊົນຕ້ອງເຈັບຫົວໜັກ,ບໍ່ວ່າຈະເປັນຂັ້ນສູນກາງ ຫຼື ທ້ອງຖິ່ນ. ເນື່ອງຈາກວ່າ
ຂະແໜງນີ້ເປັນຂະແໜງທີ່ບໍ່ມີລາຍຮັບສູງຄືຜູ້ອື່ນ,ບາງແຂວງ,ບາງເມືອງທີ່ຫາງໄກຊອກຫຼີກຮອດບໍ່ມີລາຍຮັບເລີຍ.
ອາໃສແຕ່ຫງົບປະມານຂອງລັດ,ການປະກອນສ່ວນຂອງນັກທຸລະກິດ ແລະປະຊາຊົນ....ກໍ່ບໍ່ພຽງພໍ,ເພາະວ່າອຸປະກອນສື່ມວນຊົນທຸກຊີ້ນລ້ວນແຕ່ມີລາຄາແພງຫຼາຍ
ທ່ານເລົ່າສູ່ຟັງວ່າ: ວຽງຈັນເກມ 25 ຜ່ານມານັ້ນ
ລັຖະບານໄດ້ທຸ່ມເງິນຫຼາຍລ້ານໂດລາເຂົ້າໃນຂະແໜງນີ້ ນັບທັງເຝິກອົບຮົມບຸກຄະລະກອນຫຼາຍຊຸດ,ສ້ອມແຊມ
ແລະຊື້ອຸປະກອນຫຼາຍລາຍການ, ແຕ່ລະລາຍການລ້ວນແຕ່ແພງບໍ່ໜ້າເຊື່ອ.
ທ່ານເວົ້າວ່າ ສົມມຸດຖ່າຍທອດສົດເຕະບານຕ້ອງໃຊ້ກ້ອງ 25 -37 ໜ່ວຍໃນໜຶ່ງສະໜາມ,
(ບໍ່ນັບລົດເຄື່ອນທີ່), ລາຄາກ້ອງປະມານ 250,000 – 600,000 ໂດລາຕໍ່ໜ່ວຍ
ໃນຊີເກມຜ່ານມາສະເພາະແຕ່ລົດຖ່າຍທອດສົດເຄື່່ອນທີ່ຕ້ອງໃຊ້ 16 ຄັນ,ໃນນັ້ນເພື່ອນບ້ານມາຊ່ວຍ
( ໝາຍວ່າຢືມ) ຈາກຫວຽດນາມ 6 ຄັນ,ຈາກໄທ 6 ຄັນ ແລະລາວເຮົາຊື້ 4 ຄັນ, ໃນລາຄາ 5 ລ້ານໂດລາຕໍ່ 1 ຄັນ.
ເຖິງປານນັ້ນຖ້າທຽບໃສ່ມາດສາກົນແລ້ວກໍ່ພຽງແຕ່ວ່າສົມບຸນ ແຕ່ບໍ່ເຖິງຂັ້ນດີເລີດ.
ທ່ານເວົ້າວ່າ: ໃຜບໍ່ລອງຈະບໍ່ຮູ້,ໃຜບໍ່ຮູ້ຈະບໍ່ເຂົ້າໃຈວ່າໜ້າວຽກຂອງສື່ມັນຫຍຸ້ງຍາກສ່ຳໃດ
ສ່ວນໃຫຍ່ສັງຄົມມັກມອງວ່າສື່ເປັນຄົນລວຍ,ເຮັດວຽກສະບາຍ
ແຕ່ຕົວຈິງແລ້ວ: ໄປຄືເສດຖີ,ອອກເວທີຄືພະເອກ,ບາດກັບບ້ານເຄັດເລດຈ້ຳແຈ່ວກັບເມຍ.
(ຈົບ).
ໂດຍ: ພັນທະຫົວໃຈ