ຜູ້ໄດ້ຮັບລາງວັນນີ້ຊື່ ນາງ ດົວວື່,ອາຍຸ 18 ປີ,ເປັນປະຊາຊົນ,ເກີດທີ່ບ້ານວັງພຽງ,ເມືອງວຽງທອງ,ແຂວງບໍລິຄຳໄຊ.
ນາງເລົ່າວ່າ: ນາງໄດ້ມັກຮັກກັບທ້າວ.ຊູ້ຄ້າງ.ຢູ່ບ້ານນາຍາງ,ເມືອງ ແລະແຂວງດຽວກັນ.
ເຊິ່ງຕອນນັ້ນແຟນຮັກຍັງເປັນນັກຮຽນກົດໝາຍແຫ່ງໜຶ່ງທີ່ນະຄອນຫຼວງ.
ໃນໂອກາດວັນແມ່ຍິງສາກົນເມື່ອປີ 2010 ຜ່ານມາ ນາງໄດ້ມອບເນື້ອທະຫວາຍຕົວໃຫ້ແກ່ແຟນຮັກສຳພັດລົດຮັກ(ຮັກຮ່ວມເພດ) ຢ່າງບໍ່ນຶກບໍ່ຝັນວ່າຈະມີຫຍັງເກີດຂຶ້ນໃນຂ້າງໜ້າ. ນາງຄິດແຕ່ວ່າຄົນອື່ນກໍ່ຍັງສົມຫວັງໄດ້ ແລະນາງກໍ່ຕ້ອງສົມຫວັງຄືກັບເຂົາ.
ຕໍ່ມານາງເລີ່ມຕັ້ງຄັນ,ພໍໄດ້ 5 ເດືອນກໍ່ບໍ່ເຫັນພໍ່ແມ່ເຈົ້າບ່າວມາຂໍຕາມຄຳສັນຍາ,ຜູູ້ບ່າວກໍ່ບໍ່ມາໃກ້ໂດຍອ້າງເຫດຜົນວ່າຍັງຄາຮຽນ, ໃນທີ່ສຸດຍ້ອນຢ້ານບໍ່ສົມຫວັງນາງຈິງຕັດສິນໃຈອອກຈາກເຮືອພໍ່ແມ່ຂອງຕົນໄປຢູ່ໃນເຮືອນພໍ່ແມ່ຂອງແຟນ ລໍຖ້າການກັບມາຂອງແຟນ
ສ່ວນທ້າວ.ຊູ້ຄ້າງ ກໍ່ບໍ່ນຶກບໍ່ຝັນວ່ານາງດົວວື່ ..ໄດ້ລັກມາຢູ່ເຮືອນຖ້າແຕ່ດົນແລ້ວ.
ພາຍຫຼັງເປັນແບບນັ້ນເຖົ້າແກ່ການຈັດຈັດທັງສອງຝ່າຍມາໂອ້ລົມ.
ການປຶສາຫາລື ເລື່ອງນັ້ນບໍ່ຕົກລົງກັນໄດ້,ຝ່າຍຊາຍບໍ່ຍອມຮັບ ແລະຝ່າຍຍິງກໍ່ບໍ່ຍອມປ່ອຍວາງ,ໃນທີ່ສຸດທ້າວ.ຊູ້ຄ້າງ ກໍ່ກິນຢາຂ້າໂຕຕາຍເພື່ອໜີບັນຫາ,ເຮັດໃຫ້ເຫດການຈົບລົງບໍ່ສົມບຸນ.
ອິງຕາມຮີດຄອງຂອງເຜົ່າມົ້ງທີ່ເຄີຍປະຕິບັດມາ ຖ້າເກີດກໍລະນີແບບນີ້ເອີ້ນວ່າ: ຜົວຂອງນາງ ຕາຍໄປແລ້ວ ແລະນາງກໍ່ກາຍເປັນໝາຍສະນັ້ນ: ນາງ...ຈິງຕ້ອງໄດ້ຢູ່ເຮືອນພໍ່ແມ່ຜົວ(ກັບເມືອເຮືອນຂອງພໍ່ແມ່ຕົນບໍ່ໄດ້),ນາງຕ້ອງຕົກເປັນສິດຂອງຜູ້ເປັນພໍ່ແມ່ຜົວເປັນຜູ້ປົກຄອງຕັດສິນເລື່ອງຕ່າງໆນັບທັງເລື່ອຈະເອົາຜົວໃໝ່,
(ສ່ວນໃຫຍ່ເຂົາຈະມອບໃຫ້ອ້າຍ ຫຼື ນ້ອງຊາຍຂອງຜົວເປັນຜູ້ເອົາຕໍ່,ຖ້າມີເມຍແລ້ວກໍ່ຕ້ອງໄດ້ເອົາເປັນເມຍນ້ອຍ)
ນາງເວົ້າວ່າ: ຢູ່ກັບເຮືອນພໍ່ປູ່ແມ່ຍ່າເຖິງວ່າບໍ່ທຸກເລື່ອງກາຍ ແຕ່ກໍ່ທຸກເລື່ອງຈິດໃຈ,ບໍ່ຮູ້ວ່າຈະຢູ່ໄປຮອດໃສ,ຢູ່ລໍຖ້າຫຍັງ,ຕອນນີ້ລູກທີ່ຕັ້ງທ້ອງກັບທ້າວຊູ້ຄ້າງກໍ່ຂອດອອກມາ,ອາຍຸ 1 ປີກວ່າແລ້ວ,ຊື່ທ້າວ ນູ.
ນາງຢາກກັບເມືອຢູ່ນຳພໍ່ແມ່,ນາງຢາກມີອິສະລະທາງຈິດໃຈຄືກັບຜູ້ຍິງຄົນອື່ນໆທີ່ມີລູກ ແຕ່ບໍ່ມີຜົວ ແຕ່ເປັນໄປບໍ່ໄດ້ເພາະຮີດຄອງ,ຈຳຕ້ອງໄດ້ທົນຕໍ່ໄປບໍ່ຮູ້ວ່າຂອດເຂດຂອງມັນຢູ່ບ່ອນໃດພໍຈະໄດ້ສູ້ຊົນ,ຮີບຟ້າວກ້າວໄປໃຫ້ມັນພົ້ນ.
ນາງຢາກໃຫ້ໃຜຈັກຄົນເຂົ້າໃຈເຖິງຊີວິດຂອງແມ່ຍິງທີ່ມີລູກແຕ່ບໍ່ຂາດຜົວດູແລ,ຂາດຄວາມຄວາມອົບອຸ່ນວ່າ ມັນທຸກໃຈສ່ຳໃດ?,ຄິດມາແຮງໆຍາມໃດ ທາງອອກຂອງນາງມີແຕ່ຂໍເມືອຢາມພໍ່ແມ່ຢູ່ບ້ານວັງພຽງເຊິ່ງຫ່າງກັບປະມານ 15 ກິໂລແມັດ ແຕ່ກໍ່ເມືອຖີ່ ແລະຢູ່ດົນບໍ່ໄດ້,ຕ້ອງໄດ້ກັບມາເຮືອພໍ່ປູ່ແມ່ຍ່າ,ມີບາງຄັ້ງນາງໄດ້ຈັບເປ້ຟືນ ແລະເຈ່ຍເອົາລູກເຂົ້າປ່າຕັດຟືນ ແລ້ວກໍອາໃສເວລານັ້ນຮ້ອງໄຫ້,ທັງສະອຶ້ນ,ທັງຍີ້ມໃຫ້ລູກ,ທັງຫຼັ່ງນ້ຳຕາ ແລະກອດລູກແໜ້ນໆ,ແຫງນຄໍຂຶ້ນຟ້າວິງວອນຟ້າດິນຊ່ວຍພິກປີ້ນແຜ່ນດິນໃຫ້ນາງຕົກໄປຢູ່ໂລກໜ່ວຍໃໝ່ທີ່ປາສະຈາຮີດຄອງແບບນີ້.
ນາງໄດ້ແຕ່ຄິດວ່າ: ນີ້ຄືລາງວັນໃນໂອກາດວັນແມ່ຍິງສາກົນທີ່ ສັງຄົງລາວບາງສ່ວນມອບໃຫ້,ນາງ ຄິດດ່າຕົວເອງວ່າໂງ້ເກີນ,ເປັນຫຍັງຈິງມາຮັບເອົາລາງວັນແບບນີ້.
ໂດຍ: ພັນທະຫົວໃຈ
ບ່ອນໝາຍສີແດງນັ້ນຂ້ອຍພິມຜິດເດີ່