ຂຽນເມື່ອ: ສ.ຫ.. 22, 2012
| ມີ
10 ຄຳເຫັນ
ແລະ
0 trackback(s)
ໃນປັດຈຸບັນນີ້ ເຖິງວ່າວົງການສື່ມວນຊົນ ນັກປະພັນ ນັກກະວີ ພວກເຮົາມີຄວາມເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນນະພາບກໍຈິງ ແຕ່ຜົນງານການເຄື່ອນໄຫວຜ່ານມາ ສ່ວນໃຫຍ່ຍັງຕິດພັນ ແຕ່ຢູ່ຂັ້ນສູນກາງຈິ່ງເຮັດໃຫ້ເນື້ອໃນຂ່າວ ບົດຂຽນຍັງຫ່າງເຫີນຈາກປະຊາຊົນເຂດທ້ອງຖິ່ນຊົນນະບົດ ເຊິ່ງເຂົາເຈົ້າເຫຼົ່ານັ້ນມີປັດໄຈພົ້ນເດັ່ນໃນການຜະລິດ ແລະ ທ່າແຮງຫຼາຍຢ່າງໃນແບບແຜນການດຳລົງຊີວິດທີ່ຄວນຈະໄດ້ຮັບການໂຄສະນາເຜີຍແຜ່.
ທ່ານ ເຈືອງ ສົມບູນຂັນ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວໃນພິທີສະຫຼຸບການກວດສອບ ແລະ ປະດິດແຕ່ງວັນນະຄະດີ ກ່ຽວກັບການລຶບລ້າງຄວາມທຸກຍາກຂອງປະຊາຊົນວ່າ: ຜ່ານມາການສະເໜີຂ່າວ ແລະ ເນື້ອໃນບົດປະພັນວັນນະຄະດີຍັງບໍ່ທັນຕິດພັນກັບປະຊາຊົນຢ່າງແທ້ຈິງ ນັກຂ່າວ ນັກຂຽນ ສ່ວນໃຫຍ່ ແມ່ນເຮັດໜ້າທີ່ແຕ່ຢູ່ຂັ້ນສູນກາງ ສະນັ້ນ ເນື້ອຂ່າວຈິ່ງວົນວຽນແຕ່ກອງປະຊຸມ ການຮັບແຂກ ຂ່າວສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງກະຊວງ ກົມກອງ ຫ້ອງການໃດໜຶ່ງ ນັ້ນກໍເປັນເລື່ອງທີ່ດີຢູ່ ແຕ່ເຮັດໃຫ້ການສ່ອງແສງຂ່າວຍັງຂາດຄວາມສົມດູນລະຫວ່າງສູນກາງ ແລະ ທ້ອງຖິ່ນ ເຫດທີ່ເປັນແນວນັ້ນ ຍ້ອນພວກເຮົາຍັງເຮັດບໍ່ທັນໄດ້ກ່ຽວກັບໜ້າທີ່ບົດບາດຂອງສື່ມວນຊົນ ໃນຫ້າຄຸນລັກສະນະ ຄື: ລັກສະນະພັດ ລັກສະນະຄວາມຈິງ ລັກສະນະມະຫາຊົນ ລັກສະນະວ່ອງໄວ ແລະ ລັກສະນະກະທັດຮັດຈະແຈ້ງ ໃນນັ້ນ ການສ່ອງແສງຂ່າວໄລຍະຜ່ານມາ ຍັງຂາດລັກສະນະມະຫາຊົນ ການລົງຕິດຕາມເຫດການ ວິຖີຊີວິດ ການສ້າງສາພັດທະນາຢູ່ເຂດຊົນນະບົດແມ່ນຍັງ ໜ້ອຍຫຼາຍ ສະນັ້ນ ເນື້ອຫາຂ່າວຈິ່ງບໍ່ເປັນທີ່ສົນໃຈຂອງປະຊາຊົນເຂດທ້ອງຖິ່ນ ເພາະຊົນນະບົດ ແມ່ນບ່ອນເຕົ້າໂຮມຂອງປະຊາກອນສ່ວນໃຫຍ່ ແມ່ນບ່ອນທຳການຜະລິດແມ່ນບ່ອນສ້າງຜະລິດຕະພັນຕ່າງໆ ທັງແມ່ນບ່ອນກຳເນີດມູນເຊື້ອສິລະປະວັດທະນະທຳອັນດີງາມ ສະນັ້ນ ຮູບແບບວິຖີຊີວິດ ໃນການພັດທະນາຂອງເຂົາເຈົ້າ ຄວນຈະຕ້ອງໄດ້ຮັບການໂຄສະນາເຜີຍແຜ່ໃຫ້ຄຽງຄູ່ ແລະ ສົມດູນ ກັບການເຄື່ອນໄຫວລະຫວ່າງຂັ້ນເທິງຢ່າງສົມສ່ວນກັນ.
ຢາກເຮັດໄດ້ແນວນັ້ນ ນັກຂ່າວ ນັກຂຽນ ຕ້ອງໄດ້ຮັບການຍົກລະດັບທາງດ້ານການເມືອງ-ແນວຄິດ ຮຽນຮູ້ວິທີການນຳສະເໜີຂ່າວໃຫ້ເລິກເຊິ່ງ ພ້ອມນັ້ນ ນັກຂ່າວ ນັກຂຽນ ກໍຄວນວາງເປົ້າໝາຍ ໂຄງສ້າງການເຄື່ອນໄຫວ ເນື້ອຫາຂ່າວ ພື່ອຫັນທິດສູ່ການພັດທະນາ ແລະ ຮັບໃຊ້ປະຊາຊົນຢ່າງກວ້າງຂວາງ ສະນັ້ນ ອາຊີບນັກຂ່າວ ນັກຂຽນ ແມ່ນຂົວຕໍ່ສຳຄັນໃນການໂຄສະນາເຜີຍແຜ່ແນວທາງລະຫວ່າງຂັ້ນເທິງ ແລະ ປະຊາຊົນ ຢາກເຮັດໄດ້ແນວນັ້ນ ອົງການທີ່ກ່ຽວຂ້ອງກໍຕ້ອງຍົກສູງພາລະບົດບາດນັກຂ່າວ-ນັກຂຽນຂຶ້ນຕື່ມອີກບາດກ້າວໜຶ່ງ ສະໜອງນະໂຍບາຍ ງົບປະມານ ເຄື່ອງມືອຸປະກອນທີ່ຈຳເປັນ ເພື່ອສະດວກໃນການເຄື່ອນໄຫວ ພ້ອມທັງໃຫ້ການຮ່ວມມືເປັນຢ່າງດີ.
ທ່ານ ເຈືອງ ສົມບູນຂັນ ຍັງໄດ້ຢ້ຳເຖິງການນຳສະເໜີຂ່າວອີກວ່າ: ຜ່ານມາຂ່າວພວກເຮົາເວົ້າແຕ່ດ້ານບວກ ຄວາມຈິງແລ້ວ ແບບແຜນສັງຄົມຍ່ອມມີສອງດ້ານຄຽງຄູ່ກັນ ຫາກສະເໜີແຕ່ດ້ານດຽວ ກໍເທົ່າກັບວ່າ ຂ່າວຍັງຂາດທັດສະນະຄວາມຈິງ ສະນັ້ນ ອັນທີ່ເປັນສິ່ງຫຍໍ້ທໍ້ກໍຄວນກ່າວເຖິງ ແຕ່ນັກຂ່າວກໍຕ້ອງມີວິໄສທັດໃນການສະເໜີສິ່ງຫຍໍ້ທໍ້ເຫຼົ່ານັ້ນຢ່າງສ້າງສັນ ຖືກຕ້ອງ ສອດຄ່ອງກັບແນວທາງນະໂຍບາຍ ລະບຽບກົດໝາຍ ປັດໄຈສຳຄັນທີ່ຈະຮ່ວມແກ້ໄຂບັນຫາທີ່ກ່າວມານັ້ນ ກ່ອນອື່ນໝົດຕ້ອງຍົກລະດັບທັງປະລິມານ ແລະ ຄຸນນະພາບຂອງນັກຂ່າວ ນັກຂຽນ ໃຫ້ກຳໄດ້ແນວທາງນະໂຍບາຍຂອງພັກ ຮຽນຮູ້ເຕັກນິກວິຊາການຢ່າງເປັນປະຈຳ ທຸກສຳນັກຂ່າວຕ້ອງຮູ້ວາງໂຄງສ້າງຂ່າວ ເພື່ອຮັບໃຊ້ການເຄື່ອນໄຫວໃນຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ສົມດູນກັນ ຂຶ້ນແຜນງົບປະມານໃນການເຄື່ອນໄຫວຢ່າງເໝາະສົມ ທຸກຝ່າຍທີ່ກ່ຽວຂ້ອງກໍຄວນໃຫ້ການສະໜັບສະໜູນ ທັງກຳລັງແຮງ ກຳລັງຊັບ ແລະ ສະຕິປັນຍາ ເພື່ອໃຫ້ວຽກງານຂະແໜງດັ່ງກ່າວໄດ້ເຮັດບົດບາດ ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຮັບໃຊ້ພັກ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.
ໂດຍ: ບຸນທະວີ ຈຳປາທອງ