ປີນີ້ ອີ່ບື້ງ ອາຍຸໄດ້ 30 ປີແລ້ວ ແຕ່ຮຸ່ນຂອງນາງຊ່າງງາມເຫຼືອເກີນ ສາວສ່ຳນ້ອຍຍັງຫາຍາກຈະທຽມໄດ້,ຮ່າງຄີງຂອງນາງສູງ,ຂາວ,ສວຍ,
ຕຶງຕັງ,ອວບໆ,ເອິກໃຫຍ່ໆ ເປັນອັນສະດຸດຕາ ສະກິດໃຈຂອງຊາຍຫຼາຍໆຄົນໃນຍາມພົພໍ້..ອະແຮ່ມ….
ນາງເອົາຜົວແຕ່ອາຍຸ 20 ປີ ຖືວ່າເປັນເວລາ 10 ປີແລ້ວແຕ່ບໍ່ເຄີຍໄດ້ລູກນຳເພີ່ນຈັກເທືອ,ນາງ ແລະຜົວເຄີຍພະຍາຍາມຊອກ
ທຸກວິທີປິ່ນປົວຕາມໝໍປົ່າໝວີ,ໝໍຜີຕ່າງເພື່ອໃຫ້ໄດ້ລູກມາສືບທອດນາມສະກຸນ ບາດຍາມເຖົ້າແກ່ຊະລາຈະບໍ່ໄດ້ເປັນທຸກ ແຕ່ປົວ
ດ້ວຍວິທີໃດກໍ່ບໍ່ໄດ້ຜົນ,ມີແຕ່ເສຍເງິນເສຍຄຳໄປຊື່ໆ.
ຢູ່ມາມື້ໜຶ່ງນາງໄດ້ຂ່າວວ່າມີໝໍຜີ່ເກັ່ງ,ສາມາດປົວດ້ວຍວີຊາ,ຂ້າຊວງໄດ້ເຮັດໃຫ້ແມ່ຍິງມີລູກໄດ້,ນາງພະຍາຍາມຊອບຖາມຊາວບ້ານ
ໃກ້ຄຽງຫຼາຍຄົນກໍ່ກ່າວລືກັນວ່າປົວໄດ້ແທ້,ດ້ວຍຄວາມມຸ້ງຫວັງອັນສູງສົ່ງ ນາງຈິ່ງປຶກສາກັບຜົວຂໍໄປປົວນຳໝຂ້າຊວງ,ຜົວກໍ່ເຫັນ
ດີນຳເພາະຢາກໄດ້ລູກ.
ທີ່ຫໍຂອງໝໍຂ້າຊວງເປັນຫ້ອງທີ່ມືດຂຶມ,ເຕັມໄປດວ້ຍເຄື່ອງມົນຂອງຂັງບໍ່ຈັກວ່າອັນໃດຕໍ່ອັນໃດ,ມີສາຍຟ້າມົງຄຸນກ່ຽວໄປ
ວຽນມາຫຼາຍຮອບເກາະກ່າຍໄປຕາມຮ້ານມົນທີ່ເຕັມໄປດ້ວຍທູບທຽນ,
ນາງນັ່ງພັບແພບຄ່ອຍຕູູດກົ້ນຫຍັບເຂົ້າໃກ້ໝໍ,ຫົວໃຈນາງເຕັ້ນແຮງຂຶ້ນ ເພາະເຫັນສະພາບຫ້ອງ ແລະການແຕ່ງກາຍຂອງໝໍ
ເປັນຕາຢ້ານ ເໝືອນກັບວ່າມີຜີຫຼາຍຕົວຈະປະກົດໂຕໃນຫ້ອງແຫ່ງນັ້ນ.
ນາງນຸ່ງຊຸດໃໝລາວຈົບເຈືອ ສິ້ນມີຕິນ ເສື້ອແຂນສັ້ນ ແຕ່ເປີດຫຼັງຈົນຮອດສາຍເສື້ອຊ້ອນໃນ,ທາງໜ້າກໍ່ແກວວລົງຈົນຮອດ
ເອິກແບ່ງ.
ໝໍນຸ່ງຜາສະໂລ່ງ,ຫົວຄຽນດ້ວຍມັດຝ້າຍຂາວ,ບໍ່ນຸ່ງເສື້ອ,ນັ່ງຂັດຕະມາດ, ໝໍຢື້ນເສັ້ນຝ້າຍມຸມົງຄຸນໄປໃຫ້ນາງຈັບສົ້ນໜິ່ງ ແລະ
ອີກສົ້ນໜຶ່ງແມ່ນໝໍເປັນຜູ້ຈັບ,ໝໍນັ່ງນົບມື, ປາກເລີ່ມຕີ່ງແວັວໆ,ມີສຽງອອກຈາປາແຕ່ຟັງບໍ່ເປັນຂໍ້ເປັນຄວາມ,ຕາຂອງໝໍຫຼັບລົງພໍ
ຫິບຮີ່,ບຸດໜຶ່ງສວດອອກ ບຸດໜິ່ງຫຼຸບເຂົ້າຕາມຈັ່ງຫວະກົ້ມເງີຍຂອງ ອີ່ບຶ້ງ.
ອີ່ບື້ງ ຫຍັບເຂົ້າມາໃກ້ໆໝໍ ກາບຂື້ນກາບລົງຕາມໝໍສັ່ງທຸກຢ່າງ,ເມື່ອພັບຊາຍແລ້ວກໍ່ປ່ຽນພັບຂວາຢູ່ພໍປານນັ້ນ.ເວລານັ້ນໝໍສັງ
ເກດເຫັນປານແດງຢູ່ກາງຫຼັງ ແລະຂີ້ແມງວັນຢູ່ໜ້າເອິກແບ່ງຂອງອີ່ບື້ງ(ເພາະເສື້ອຂອງ ອິ່ບື້ງ ມັນປົກປິດບໍ່ເຖິງ).
ໝໍ ອາປາກກວມແສງທຽນ ໂອມ....ປ່ຽງ…ໆ ແຕ່ບາງຄັ້ງ ດັງຂອງໝໍໄປຊຸນເອົາໜ້າພາກ,ພວງແກ້ມເບື້ອງນັ້ນ-ເບຶ້ອງນີ້ຂອງອີ່ບຶ້ງ,
ກິ່ນແປງຫອມທັ່ງໃສ່ດັ່ງຂອງໝໍເປັນບາດໆ.
ໝໍ ຄົງຈະບໍ່ນຸ່ງສະລີບ ເພາະວ່າຜ້າສະໂລ່ງບ່ອນຫວ່າງຂາຂອງໝໍປະກົດຕິງນຶກ.ໆ.ໆ..ເປັນບາດ ໆ ເໝືອນມີສັດຕົວໃດໜຶ່ງທີ່ພວມ
ຖືກທໍລະມານຫັນໃຈປາຢູ່ຂ້າງໃນ
ໝໍ ເລີ່ມໃຊ້ອຸບາຍຕາມຈຸດປະສົງຂອງຕົນ: ຕິດຕາມຕອນຕໍ່ໄປ
ເລົ່າໂດຍ: ວິສະນຸ ທ່າບົກ
ປະພັນໂດຍ: ພັນທະຫົວໃຈ