‘’ແມ່ເອີ່ຍມື້ນີ້ຈະຜູກແຂນໃຜ?’’
ສຳນຽງນີ້ດັງຈ້ອຍໆຂຶ້ນຈາກປາກນ້ອຍໆຂອງນາງ ນ້ອຍ ອາຍຸເກຶອບ 5 ຄອບ
ກຳລັງໜ້າຮັກໜ້າຊັງ ໃນທ່າມກາງຜູ້ຄົນທັງຫຼາຍກຳລັງນັ່ງສົນທະນາ
ຢູ່ໃນເຮື່ອນຂອງນາງນ້ອຍ ນັ້ນເອງ ເພື່ອເວົ້າຄວາມຢ່າຮ້າງລະຫວ່າງພໍ່ກັບແມ່
ຂອງນາງນ້ອຍ,ນາງທັງເວົ້າທັງແລ່ນກອດຫອມແກ້ມພໍ່
ແລະ ແມ່ຕາມພາສາຂອງເດັກໄຮ້ດຽງສາ ເຊີ່ງຕາມປົກກະຕິ
ທີ່ນາງເຄີຍພົບເຫັນຟູງຄົນອັ່ງອໍແບບນີ້ມີແຕ່ງານຜູກແຂນອັນໃດອັນໜຶ່ງ
ເປັນທີ່ຊື່ນໃຈຂອງນາງ.
ແຕ່ອານິຈາ.....ງານນີ້ບໍ່ເປັນດັ່ງນາງຄິດໄ້ວ,ນາງອາດບໍ່ຮູ້ວ່າແມ່ນຫຍັງຈະເກີດຂຶ້ນ
ກັບພໍ່,ແມ່ ແລະ ຕົນເອງ ນາງຈິ່ງຕຶ່ນເຕັ້ນເປັນພິເສດ.
ເມື່ອມີສຽງ ‘’ແມ່ເອີ່ຍມື້ນີ້ເພີ່ນຈະຜູກແຂນໃຜ?’’
ດັງຂຶ້ນ ໄດ້ເຮັດໃຫ້ສຽງຂອງທຸກຄົນທີ່ມາຮ່ວມເວົ້າຄວາມເຊີ່ງມີທັງເຖົ້າແກ່,
ການຈັດຕັ້ງ ແລະ ຍາດພີ່ນ້ອງສອງກ້ຳສອງຝ່າຍທີ່ພວມສົນທະນາຢູ່ນັ້ນ
ຕ້ອງມິດງຽບໄປຊົ່ວໄລຍະໜຶ່ງເພາະໃຜໆກໍ່ຄິດນຳຄຳຖາມ
ຂອງເດັກຕາດຳໆໄຮ້ດຽງສາຄົນນີ້,ບາງຄົນໃຈອ່ອນແດ່
ກໍ່ຕ້ອງມີການຊີດຂີ້ມູກ, ນ້ຳຕາເພາະຄວາມເມດຕາສົງສານ
ແຕ່ການເວົ້າຄວາມກໍ່ບໍ່ໄດ້ໂຈະຍັງດຳເນີນຕໍ່ໄປ
ເລື່ອງລາວທີ່ຄູ່ຜົວເມຍນີ້ຕ້ອງໄດ້ເວົ້າຄວາມກັນມີດັ່ງນີ້:
ເຂົາແຕ່ງານກັນໄດ້ 6 ປີແລ້ວຜົວເປັນພະນັກງານ,ສ່ວນເມຍເປັນປະຊາຊົນ
ຂາຍເຄື່ອງຢູ່ຕະຫຼາດ,ທັງສອງກໍ່ງາມສົມຄູ່ກັນຢູ່,ຖານະດີທຳມະດາ,
ມີລົດກະບະ 1ຄັນ, ມີເຮືອນຂະຫຍາດ 7x8ແມດັ 1ຫຼັງ,ໝູ່ຄູ່ນິຍົມຊົມຊອບ,
ສັງຄມົນັບໜ້າຖືຕາ. ແຕ່ຕໍ່ມາຜົວຖຶກໄປຮຽນຕໍ່ປີ 2007
ປະລິນຍາຕີ 5 ປີ ໃນປີທຳອິດທັງຄູ່ຍັງມີຄວາມສຳພັນກັນດີ
ຜູ້ເປັນເມຍຍັງສົ່ງເງິນໃຫ້ຜົວຮຽນຕາມປົກະຕິ ແຕ່ພໍຮອດປີທີ່ສອງ
ການພົວພັນຂອງຜົວເລີ່ມຫ່າງອອກ,ບໍ່ຢາກກັບບ້ານມາຢື໊ຢາມ
ຖາມຂ່າວເມຍເລີຍ ແມ່ກະທັ້ງເມຍກັບລູກໄປຍາມຜົວກໍ່ຍັງບໍ່ຢາກຕ້ອນຮັບ,
ຍັງເຊື້ອງຕົວຕາມຮູບແບບຂອງຄົນນອກໃຈເມຍ,ໃນເມື່ອເມຍຮູ້
ວ່າຜົວມີຜູ້ສາວຄອຍເອົາໃຈແລ້ວ,ຜູ້ເປັນເມຍກໍ່ຂາດສະຕິເນື່ອງຈາກມີຄົນອື່ນ
ເຢາະເຢີ້ຍ,ແຊກແຊງຊັກຊວນຫຼາຍຢ່າງໃນທີ່ສຸດຜູ້ເປັນເມຍຈິງຕັດສິນໃຈ
ລອຍນວນໄປຕາມກະແສຂອງຄົນເຢີ້ຍ,ຕິດໝູ່ຕິດຄູ່ຫຼີ້ນກິນເພື່ອລະບາຍ
ຄວາມກຸ້ມຂອງຕົນກາຍເປັນຄົນທີ່ນອກໃຈຜົວຄຶນອີກຊ້ຳ,
ລົດກະບະທີ່ມີກໍ່ຕົກລົງຂາຍມາປັນກັນໃຊ້ຈ່າຍຈົນໝົດ
ແລະ ກໍ່ເປັນສາຍເຫດໃຫ້ທັງຄູ່ຕ້ອງໄດ້ເວົ້າຄວາມຢ່າຮ້າງກັນ
ເຖິງວ່າທຸກຝ່າຍຮູ້ວ່າການຢ່າຮ້າງມັນໄດ້ສ້າງຄວາມເຈັບປວດໃຫ້ແກ່ເຂົາ,
ສິນສົມສ້າງເຫຼືຶອພຽງເຮືອນຫຼັງດຽວກໍ່ຕ້ອງແບ່ງປັນເປັນ 3 ສ່ວນ
ຄື: ຜົວ 1 ສ່ວນ,ເມຍ 1 ສ່ວນ ແລະ ລູກ 1ສ່ວນ,
ຖານະຄວາມເຊື້ອຖືຕົກຈາກເຄີຍມີບວກຫ້າ(+5 )ກາຍມາເຫຼືສູນ(0)
ແຕ່ຕ່າງຝ່າຍກໍ່ບໍ່ສາມມາດກັບຄຶນຫາກັນໄດ້ອີກແລ້ວ
ເພາະຄວາມຜິດຂອງແຕ່ລະຄົນມັນກາຍຂີດທີ່ຈະຕ້ອງອະໄພໃຫ້ກັນແລ້ວ
ການຢ່າຮ້າງຂອງເຂົາເຖິງວ່າເປັນເລື່ອງສ່ວນຕົວຂອງເຂົາກໍ່ຕາມ
ແຕ່ກໍ່ມັນກໍ່ໄດ້ສ້າງຄວາມສະເທືອນໃຈໃຫ້ກັບຍາດພີ່ນ້ອງ
ແລະ ຜູ້ຄົນທີ່ຊາບຂ່າວອັນລະອຽດຂອງເຂົາ
ທີ່ຄິດສົງສານເດັກນ້ອຍທີ່ໄຮ້ດຽງສາເຊີ່ງມາຮອດປະຈຸບັນນີ້ ນາງນ້ອຍຄົນນັ້ນ
ຍັງບໍ່ທັນຮູ້ເທື່ອວ່າ ພໍ່ຂອງເຂົາຈະບໍ່ມີໂອກາດກັບມາອູ້ມກອດ,ຈູບຫອມ
ແລະ ໃຫ້ຄວາມອົບອຸ່ນຄືແຕ່ກ່ອນອີກແລ້ວ
ແລະ ກໍ່ເປັນອຸທາຫອນສອນໃຈໃຫ້ກັບທຸກຄົນທີ່ຢູ່ຫ່າງໄກກັນ
ບໍ່ວ່າຈະເປັນກໍລະນີແບບໃດກໍ່ຕາມ ຄວນໄດ້ຖືເປັນສຳຄັນ
ໃນຄວາມພະຍາຍາມໃກ້ຊິດກັນເທົ່າທີ່ຈະເຮັດໄດ້,
ຕາມຄວາມຄິດຂອງຂ້ອຍເຄີຍຖາມຜູ້ສຳຄັນຫຼາຽຄົນເພີ່ນຕອບວ່າ
ຖ້າຜົວເມຍຫ່າງກັນຢ່າໃຫ້ກາຍ1 ເດືອນຫາກມີເງື່ອນໄຂຄວນຍາດເວລາມາກິນເຂົ້າຮ່ວມຄອບຄົວ
ຫຼືໂທຖາມສະພາຍທຸກສຸກຂອງກັນແລະກັນສະແດງຄວາມຫ່ວງໄຍຕໍ່ກັນ
ຖ້າບໍ່ດັ່ງນັ້ນລ້ວນແຕ່ມີຄວາມສ່ຽງສູງ
ກັບສະພາບຫຍຸ້ງຍາກຂອງຄອບຄົວແບບນີ້