ຂຽນເມື່ອ: ສ.ຫ.. 5, 2011
| ມີ
13 ຄຳເຫັນ
ແລະ
0 trackback(s)
ນິຍາມຕົວຈິງຂອງກົດໝາຍເຮົາເອງກໍ່ບໍ່ຮູ້ຄືກັນ ຫາກໃຜຮູ້ກໍ່ບອກແດ່. ແຕ່ເຮົາເຂົ້າໃຈວ່າ: ກົດໝາຍປຽບເໝືອນ “ຫ້ອງນອນທີ່ໄດ້ມາຕະຖານ” ໝາຍຄວາມວ່າຝາຫ້ອງຕ້ອງແໜ້ນໜາ,ປະຕູມີໄລກອນສຳລັບລັອກ,ໃນຫ້ອງປະກອບມີເຄື່ອງບ່ອນນອນຄົບຊຸດເຊັ່ນ: ຕຽງນອນ,ເຊື່ອປູ,ຜ້າປູ,ຜ້າຫົ່ມ,ໜອນໝູນ ແລະ ມຸ້ງ ຫາກທ່ານໃດໄດ້ເຂົ້າໄປໃນຫ້ອງ,ສຳພັດສິ່ງເຫຼົ່ານັ້ນແລ້ວຈະຮູ້ສຶກສະບາຍ,ປອດໄພ ແລະ ມີຄວາມສຸກທີ່ສຸດ.
ໄລຍະຜ່ານມາການເຜີຍແຜ່ກົດໝາຍຢູ່ໃນປະເທດລາວເຮົາຍັງບໍ່ທັນກວ້າງຂວາງ,ເລິກເຊິ່ງເຖິງຖອງ ຈິ່ງເຮັດໃຫ້ປະຊາຊົນພວກເຮົາເຂົ້າໃຈຜິດກ່ຽວກັບກົດໝາຍບ້ານເມືອງ,ເຫັນກົດໝາຍເປັນເລື່ອງຄໍຂາດບາດຕາຍ,ກາຍເປັນສີ່ງຢ້ານກົວ ເຊິ່ງມັນໄດສະແດງອອກຢູ່ບ່ອນວ່າ: ປະຊາຊົນລາວພວກເຮົາບໍ່ກ້າເຂົ້າໃກ້,ບໍ່ກ້າແຕະຕ້ອງສຳພັດກັບກົດໝາຍເລີຍ,ເຮັດໃຫ້ພວກເຮົາຫ່າງເຫີນຈາກກົດໝາດ,ບໍ່ສະແວງສຶກສາຮຽນຮູ້ກ່ຽວກັບກົດໝາຍ ເມື່ອເປັນເຊັ້ນນັ້ນຈິ່ງເຮັດໃຫ້ພວກທີ່ສວຍໂອກາດຫຼອກລວງ,ສໍ້ໂກງ,ເອົາລັດເອົາປຽບ ແລະ ສ້າງຄວາມບໍ່ຍຸຕິທຳຢູ່ໃນສັງຄົມລາວຂອງພວກເຮົາ ເປັນຕົ້ນແມ່ນເກີດມີປະກົດການຫຍໍ້ທໍ້ຕ່າງໆເພີ່ມຂຶ້ນເລື່ອຍໆແຕ່ໄກ້ໄຂບໍ່ຕົກ.
ສະນັ້ນ: ມັນເຖິງເວລາແລ້ວທີ່ພວກເຮົາທຸກຄົນຕ້ອງໄດ້ປ່ຽນຄວາມຮູ້ສຶກອັນເກົ່ານັ້ນຫັນມາໃຊ້ຄວາມຮູ້ສຶກອັນໃໝ່,ກົດໝາຍມັນຄື: “ຫ້ອງນອນທີ່ໄດ້ມາຕະຖານ” ດ້ວຍການເຂົ້າໄປສຳພັກກົດໝາຍ,ສຶກສາຮຽນຮູ້ກົດໝາຍ ແລະ ນຳໃຊ້ມັນໃຫ້ຫຼາຍຂຶ້ນ.
ຫາກພວກເຮົາໝົດທຸກຄົນໃນສັງຄົມ ເຮັດໄດ້ຄືແນວນັ້ນເຊື່ອວ່າ ພວກເຮົາຈະຮູ້ທັນ,ຮູ້ກັນ,ຮູ້ແກ້ ຕໍ່ບັນຫາບັນຕ່າໆທີ່ເກີດຂຶ້ນກັບພວກເຮົາໃນໄລຍະຜ່ານມາ,ປະຈຸບັນ ແລະ ໃນຕໍ່ໜ້າ.
ເອົາລະເວົ້າສ່ຳນີ້ກ່ອນ ບົດໜ້າຈະນຳເອົາກົດໝາຍບາງສະບັບທີ່ເຫັນວ່າສຳຄັນຈຳເປັນຕໍ່ກັບການເຄື່ອນໄຫວດຳລົງຊີວິດປະຈຳວັນຂອງພວກເຮົາມາສະເໜີ.ໃຜຮູ້ອັນໃດກໍ່ນຳມາແລກກັນເນາະ?
ຂໍຂອບໃຈ